5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.

ກະດູກເປັນອະໄວຍະວະສ່ວນໜຶ່ງທີ່ສໍາຄັນຂອງຮ່າງກາຍທີ່ຕ້ອງເບິ່ງແຍງຢູ່ສະເໝີ ແຕ່ຄວາມແຂງແຮງຂອງກະດູກ ຫລື ມວນກະດູກຂອງຄົນເຮົາສາມາດປ່ຽນແປງໄດ້ຕາມໄວອາຍຸ ເຊິ່ງຊ່ວງໄວເດັກຮ່າງກາຍຈະສາມາດດູດຊຶມສານອາຫານ ແລະ ແຮ່ທາດເພື່ອບໍາລຸງກະດູກໄດ້ດີ ເຮັດໃຫ້ກະດູກມີຄວາມໜາແໜ້ນ ແລະ ແຂງແຮງ ແຕ່ກະດູກຈະເລີ່ມສູນເສຍຄວາມໜາແໜ້ນໄປຢ່າງໄວວາເມື່ອເຂົ້າສູ່ຊ່ວງອາຍຸທີ່ຫລາຍຂຶ້ນ ຈຶ່ງຄວນຫາວິທີຊ່ວຍເພີ່ມ ແລະ ຮັກສາຄວາມໜາແໜ້ນຂອງກະດູກໃຫ້ກະດູກມີຄວາມແຂງແຮງຢູ່ສະເໝີດ້ວຍວິທີການງ່າຍໆດັ່ງນີ້:
– ກິນອາຫານທີ່ມີແຄວຊຽມສູງ ສໍາຫລັບຜູ້ທີ່ມີອາຍຸຕໍ່າກວ່າ 50ປີ ປະລິມານແຄວຊຽມຕໍ່ມື້ ທີ່ຮ່າງກາຍຕ້ອງການໄດ້ຮັບຈະຢູ່ມື້ລະ 1,000 ມິລິກຣາມ. ດັ່ງນັ້ນ, ຈຶ່ງຄວນເລືອກກິນອາຫານທີ່ມີແຄວຊຽມສູງ ເຊິ່ງໄດ້ແກ່ອາຫານປະເພດ ນົມ, ໂຢເກີດ, ປາ, ງາດໍາ, ເຕົ້າຮູ້ກ້ອນ, ຜັກໃບຂຽວ ເປັນຕົ້ນ.
– ກິນແຄວຊຽມ ແລະ ວິຕາມິນດີ ໂດຍປົກກະຕິແລ້ວອາຫານທີ່ເຮົາກິນປະຈໍານັ້ນມີປະລິມານແຄວຊຽມທີ່ບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຈຶ່ງຄວນກິນວິຕາມິນນດີເສີມເພື່ອຊ່ວຍຜັກດັນໃຫ້ຮ່າງກາຍນໍາເອົາແຄວຊຽມໄປໃຊ້ໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ, ເຊິ່ງວິຕາມິນດີຕາມທໍາມະຊາດແມ່ນໄດ້ຈາກແສງແດດອ່ອນຕອນເຊົ້າ ແລະ ຕອນແລງ, ເຮົາຄວນສັງເຄາະແສງທຸກມື້ໂດຍໃຊ້ເວລາ 10-15 ນາທີຕໍ່ມື້, ສ່ວນວິຕາມິນໃນອາຫານສ່ວນຫລາຍຈະຢູ່ໃນ ປາແຊວມອນ, ເຫັດ, ໄຂ່ແດງ, ນໍ້າມັນພືດ.
– ຫລີກລ່ຽງອາຫານທີ່ຢັບຢັ້ງການດູດຊຶມແຄວຊຽມ ເຊັ່ນ ຜັກຫົມ, ມັນດ້າງ, ເຂົ້າສາລີ, ພືດມີແກ່ນ ແລະ ໂປຣຕິນທີ່ສະກັດຈາກຖົ່ວເຫລືອງ. ນອກຈາກນີ້ ຍັງມີເຄື່ອງດື່ມບາງຊະນິດທີ່ຢັບຢັ້ງການດູດຊຶມຂອງແຄວຊຽມໄດ້ແກ່: ເຄື່ອງດື່ມທີ່ມີທາດເຫລົ້າ, ຊາ, ກາແຟ, ນໍ້າອັດລົມ, ເຊິ່ງເປັນປັດໄຈສ່ຽງທີ່ຈະເຮັດໃຫ້ພະຍາດກະດູກເຊື່ອມອີກດ້ວຍ, ຄວນເນັ້ນການບໍລິໂພກຜັກທີ່ມີແຄວຊຽມເຊັ່ນ: ຜັກກວາງຕຸງ, ຜັກຕໍານິນ, ຜັກຂີ້ເຫລັກ, ໝາກຖົ່ວພູ ເປັນຕົ້ນ.
– ອອກກໍາລັງກາຍຢ່າງສະໝໍ່າສະເໝີ ເນັ້ນການອອກກໍາລັງກາຍທີ່ໃຊ້ການແບກຮັບນໍ້າໜັກຕົວ ຈະຊ່ວຍເສີມສ້າງຄວາມແຂງແຮງໃຫ້ກະດູກເຊັ່ນ ການຍ່າງ, ແລ່ນ, ໂດດເຊືອກ, ຖີບລົດຖີບ ຫລື ກິລາປະເພດ ຕີດອກປີກໄກ່, ຕີບານ, ບານບ້ວງ ຢ່າງຕໍ່າອາທິດລະ 3-5 ເທື່ອ.
– ຄວບຄຸມ ແລະ ຮັກສານໍ້າໜັກໃຫ້ຢູ່ໃນເກນທີ່ເໝາະສົມ ເນື່ອງຈາກນໍ້າໜັກຕົວທີ່ຫລາຍກວ່າເກນຈໍເຮັດໃຫ້ຮ່າງກາຍຂອງເຮົາແບກຮັບນໍ້າໜັກຕົວຫລາຍຂຶ້ນ ເປັນສາເຫດໃຫ້ກະດູກເສື່ອມສະພາບໄດ້ງ່າຍ, ສ່ວນນໍ້າໜັກຕົວທີ່ຕໍ່ກວ່າເກນ ດ້ວຍນໍ້າໜັກຕົວທີ່ໜ້ອຍເກີນໄປອາດຈະເຮັດໃຫ້ຮ່າງກາຍມີມວນກະດູກຕໍ່າ ສ່ຽງຕໍ່ການເປັນພະຍາດກະດູກເຊື່ອມໄດ້ ຈຶ່ງຄວນເບິ່ງແຍງຮັກສານໍ້າໜັກໃຫ້ຢູ່ໃນເກນມາດຕະຖານຈະເປັນການດີທີ່ສຸດ.
ຄວນກວດສອບຮ່າງກາຍຢ່າງສະໝໍ່າສະເໝີ ເພື່ອກວດສອບຄວາມໜາແໜ້ນຂອງມວນກະດູກໃນກໍລະນີທີ່ມີປັດໄຈສ່ຽງ ແລະ ຈຶ່ງເຮັດໃຫ້ເຮົາສາມາດຮັກສາໄດ້ທັນເວລາ ຫາກພົບວ່າຕົນເອງເປັນພະຍາດກະດູກເຊື່ອມ.

