ຕຳຫລວດ ເປຣູ ບຸກຄົ້ນ ທຳນຽບປະທານາທິບໍດີ

ແຫລ່ງຂ່າວຈາກ ເປຣູ ລາຍງານໃນວັນທີ 11 ສິງຫາ 2022 ວ່າ: ວັນທີ 9 ສິງຫາຜ່ານມາ, ເຈົ້າໜ້າທີ່ຕຳຫລວດ ແລະ ໄອຍະການເປຣູ ໄດ້ບຸກເຂົ້າໄປທຳນຽບປະທານາທິບໍດີເປຣູ ໃນນະຄອນຫລວງລີມາ( Lima)ເພື່ອຈັບນາງ Paredes ນ້ອງໃພ້ຂອງປະທານາທິບໍດີ Pedro Castillo ໃນຂໍ້ຫາສໍ້ລາດບັງຫລວງ ແລະ ຟອກເງິນ ຊຶ່ງນາງໄດ້ດຳລົງຊີວິດຢູ່ໃນທຳນຽບນີ້.
ພາຍຫລັງຊອກຄົ້ນ 4 ຊົ່ວໂມງ, ແຕ່ກໍບໍ່ສາມາດໄດ້ຮ່ອງຮອຍຫຍັງເລີຍ, ຄາດວ່ານາງໄດ້ຫລົບໜີອອກຈາກທີ່ນີ້ໄປແລ້ວ. ນອກຈາກນ້ອງໃພ້ຂອງປະທານາທິບໍດີແລ້ວ, ພັກພວກໃກ້ຊິດກັບປະທານາທິບໍດີ Castillo ກໍຈະຖືກສອບສວນເຊັ່ນດຽວກັນ, ໃນນີ້ມີທັງຫລານຊາຍຂອງປະທານາທິບໍດີຢູ່ນຳອີກດ້ວຍ ຊຶ່ງເຂົາເປັນລັດຖະມົນຕີ ຄົມມະນາຄົມ ພ້ອມທັງເລຂາຂອງທ່ານເອງ.
ກ່ອນໜ້ານີ້ ມີບົດລາຍງານສະບັບໜຶ່ງໃນສະພາແຫ່ງຊາດ ເປຣູ ໄດ້ສະເໜີໃຫ້ສອບສວນ ແລະ ດຳເນີນຄະດີອາຍາກັບປະທານາທິບໍດີ Castillo ໃນຂໍ້ກ່າວຫາອະນຸມັດໃຫ້ປະເທດເພື່ອນບ້ານ ໂບລິເວຍ ປະຊິດທະເລຂອງ ເປຣູ, ແຕ່ປະທານາທິບໍດີ ໄດ້ປະຕິເສດເລື່ອງນີ້.

