10 ເຄັດລັບງ່າຍໆທີ່ຊ່ວຍໃຫ້ທ່ານຈ່ອຍລົງໄດ້ແບບບໍ່ທໍລະມານ.

- ດື່ມນຳ້ກ່ອນກິນອາຫານ : ເຫດຜົນງ່າຍໆກໍຈະໄດ້ອີ່ມໄວ ຫລື ຫາກບໍ່ຖືເລື່ອງມາລະຍາດ ຈະກິນໄປນຳ ດື່ມນຳ້ໄປນຳ ແລະ ດື່ມນຳ້ຫລັງກິນອາຫານແລ້ວ ອີ່ມງ່າຍອີ່ມໄວແນ່ນອນ.
- ແບ່ງອາຫານເປັນຄາບນ້ອຍໆຫລາຍໆຄາບ : ໃຜທີ່ຈົ່ມວ່າສວາຍມາມັກຈະຫິວ ໃຫ້ປ່ຽນການກິນອີ່ມໆແຕ່ໃນຄາບເຊົ້າ ຫລື ຄາບສວາຍຢ່າງດຽວ (ຢ່າເວົ້າເຖິງຄາບແລງ) ລອງແບ່ງແຕ່ລະຄາບອອກມາເປັນຄາບນ້ອຍໆ ແລ້ວກິນເທື່ອລະໜ້ອຍ ຫລາຍຄາບຂຶ້ນ ແບບນີ້ຮັບຮອງວ່າຕອນແລງທ່ານຈະບໍ່ຫິວແຮງຈົນຕ້ອງກິນຫລາຍກ່ວາປົກກະຕິແນ່ນອນ.
- ເລືອກຈານເຂົ້າຂະໜາດນ້ອຍໆ : ຫາກທ່ານເລືອກຈານໃບໃຫຍ່ ທ່ານກໍຈະຕັກເຂົ້າ ແລະ ໃສ່ຂອງກິນຫລາຍ, ແຕ່ຫາກທ່ານເລືອກຈານໃບນ້ອຍໆ ໃສ່ໜ້ອຍດຽວກໍເຕັມແລ້ວ ເປັນຈິດຕະວິທະຍາຢ່າງໜຶ່ງ ໃຫ້ທ່ານຮູ້ສຶກວ່າທ່ານກຳລັງຕັກອາຫານຈົນລົ້ນຈານ, ແຕ່ຄວາມຈິງແລ້ວບໍ່ໄດ້ປະລິມານເທົ່າກັບເຂົ້າເຕັມຈານໃຫຍ່ເລີຍ.
- ເລືອກຂອບຈານໜາໆ : ນອກຈາກຈານຕ້ອງນ້ອຍແລ້ວ ຂອບຈານໜາໆຈະເຮັດໃຫ້ເຮົາຮູ້ສຶກວ່າອາຫານທີ່ວາງຢູ່ໃນຈານຕໍ່ໜ້າມີປະລິມານຫລາຍຂຶ້ນ ເຮັດໃຫ້ເຮົາບໍ່ຕັກອາຫານໃສ່ຈານຫລາຍຈົນເກີນໄປ.
- ຂອບຈານຫລາຍໆສີຍິ່ງດີ : ເປັນອີກໜຶ່ງຈິດຕະວິທະຍາທີ່ດີ ຫາກໃຜບໍ່ມີຈານແບບ 2 ຂໍ້ຂ້າງເທິງ ບອງຊອກຈານຂອບຫລາຍໆສີ ເພາະຈະຊ່ວຍເຮັດໃຫ້ເຮົາເຂົ້າໃຈວ່າອາຫານມີຢູ່ເຕັມຈານຫລາຍຂຶ້ນ ຈົນບໍ່ເຜີຕັກອາຫານໃສ່ຈານຫລາຍເກີນໄປນັ້ນເອງ.
- ບ່ວງນ້ອຍໆ ຕັກຄຳນ້ອຍໆ : ຮູ້ຫລືບໍ່ວ່ານິໄສຂອງຄົນຕຸ້ຍແມ່ນມັກຕັກອາຫານເຂົ້າປາກຄຳໃຫຍ່ໆ ຈົນບາງເທື່ອຄິດວ່າໃຊ້ຈອງຕັກແທນບ່ວງໄດ້ຍິ່ງດີ, ແຕ່ຫາກເຮົາປ່ຽນບ່ວງເປັນກ້ານນ້ອຍໆ ຕັກອາຫານຄຳລະນ້ອຍໆ ຈະເຮັດໃຫ້ເຮົາອີ່ມໄວຂຶ້ນ ສິ່ງສຳຄັນຮ່າງກາຍຍ່ອຍອາຫານໄດ້ງ່າຍຂຶ້ນນຳ.
- ຫຍຳ້ອາຫານໃຫ້ຊ້າລົງ : ລອງນັບເບິ່ງວ່າໃນ 1 ຄຳເຂົ້າ ທ່ານຫຍຳ້ອາຫານຈັກເທື່ອກ່ອນກືນລົງທ້ອງ ຫາກເປັນຄົນທີ່ມີນຳ້ໜັກເກີນມາດຕະຖານ ຈະຫຍຳ້ບໍ່ເກີນ 20 ເທື່ອ ຄວາມຈິງແລ້ວລອງຫຍຳ້ອາຫານໃຫ້ຄົບ 30 ເທື່ອກ່ອນກືນ ນອກຈາກຈະຊ່ວຍຍ່ອຍອາຫານແທນກະເພາະ ເຮັດໃຫ້ກະເພາະບໍ່ໄດ້ເຮັດວຽກໜັກຈົນເກີນໄປແລ້ວ ຍັງເຮັດໃຫ້ອີ່ມໄວຂຶ້ນ ແລະ ຫລຸດນຳ້ຕານໃນເລືອດໄດ້ນຳ.
- ສີຟ້າ ສີທະເລ ຫລຸດຄວາມຢາກອາຫານ : ສີຟ້າ ແລະ ສີທະເລ ຊ່ວຍຫລຸດຄວາມຢາກອາຫານຂອງເຮົາໄດ້ ຈະສັງເກດເບິ່ງວ່າບໍ່ຄ່ອຍມີໃຜຕົກແຕ່ງອາຫານດ້ວຍສີຟ້າ – ສີທະເລກັນຫລາຍພໍປານໃດ ເພາະອາດຈະເຮັດໃຫ້ເບິ່ງບໍ່ຄ່ອຍເອີ້ນນຳ້ຍ່ອຍພໍປານໃດ ສະນັ້ນ ໃຜທີ່ຫິວຕະຫລອດເວລາ ກິນຫຍັງກໍແຊບໄປໝົດ ລອງຫາພາຊະນະຖ້ວຍຈານບ່ວງສ້ອມ ເປັນສີຟ້າ ຫລື ສີທະເລລອງເບິ່ງ ຫລື ໃຜຢາກຈະລອງເຮັດອາຫານໃຫ້ເປັນສີຟ້າ ເຊັ່ນ : ແກງຈືດໃສ່ສີຟ້າ ຫລື ຫຸງເຂົ້າໃສ່ດອກອັນຊັນ ກໍລອງໄດ້ ເລື່ອງລົດຊາດຂຶ້ນກັບຄົນປຸງເອງ.
- ຫລຸດເຄື່ອງປຸງລົງເຄິ່ງໜຶ່ງ : ອາຫານລົດຊາດເຂັ້ມຂຸ້ນເຮັດໃຫ້ເຮົາຢາກອາຫານຫລາຍຂຶ້ນໄດ້ຄືກັນ ຫາກໃຜມັກປຸງອາຫານລົດຊາດເຂັ້ມຂຸ້ນ ກິນເຝີແລ້ວປຸງຫລາຍໆ, ໃສ່ນຳ້ຕານ, ນຳ້ປາ, ໝາກເຜັດ, ນຳ້ສົ້ມສາຍຊູ 2 ບ່ວງ ລອງເລີ່ມຕົ້ນໂດຍການປຸງໃຫ້ໜ້ອຍລົງເຄິ່ງໜຶ່ງ ຈາກ 2 ບ່ວງເປັນ 1 ບ່ວງ, ຈາກ 1 ບ່ວງເປັນເຄິ່ງບ່ວງ ແລະ ຈາກເຄິ່ງບ່ວງເປັນບໍ່ໃສ່ເລີຍ ຄ່ອຍໆປັບໄປໃນແຕ່ລະມື້ ທຳອິດອາດຈະຍັງບໍ່ລຶ້ງ ຮູ້ສຶກວ່າຈືດ ແຕ່ເມື່ອລີ້ນຂອງທ່ານເລີ່ມລຶ້ງເຄີຍ ກໍຈະບໍ່ຮູ້ສຶກຈືດອີກຕໍ່ໄປ.
- ນອນໄວໆ : ສຸດທ້າຍແລ້ວ ຄົນທີ່ກິນແລ້ວຕຸ້ຍ ສ່ວນຫລາຍກໍຍ້ອນກິນເຂົ້າເດິກໆ ບໍ່ວ່າຈະກິນໄປນຳເບິ່ງໂທລະພາບໄປນຳ, ຫລິ້ນໂທລະສັບໄປນຳ ຫລື ແມ່ນແຕ່ເຮັດວຽກໄປກິນໄປ ພຶດຕິກຳແບບນີ້ບອກເລີຍວ່າກິນເພີນຫລາຍໆ ຫລື ແມ່ນແຕ່ຄົນທີ່ນອນເດິກ ກໍຈະຫິວ ລຸກຂຶ້ນມາກິນຕອນກາງຄືນ ທາງທີ່ດີຄວນຈະຮີບເຂົ້ານອນແຕ່ຫົວຄໍ່າ ຢ່າໃຫ້ເຖິງເວລາຫິວ ຈະໄດ້ບໍ່ຕ້ອງກິນຕອນກາງຄືນ.

