ນັກທຸລະກິດອິນເດຍ ເຂົ້າມາລົງທຶນຢູ່ລາວ ຈໍານວນ 276 ຫົວໜ່ວຍມີມູນຄ່າທຶນຈົດທະບຽນທັງໝົດແມ່ນ 6.628 ຕື້ກີບກວ່າກີບ

ວັນທີ 9 ສິງຫາ 2022 ຜ່ານມານີ້ ທ່ານ ດີງກາ ອັດຕະນາ (Dinkar Asthana) ​ເອກ​ອັກຄະ​ລັດຖະທູດ ແຫ່ງ ອິນເດຍ ປະຈຳ ສປປ ລາວ ໄດ້ເຂົ້າພົບປະ ​ທ່ານ ມະ​ໄລ​ທອງ ກົມມະ​ສິດ ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ທັງສອງໄດ້ແລກປ່ຽນ ແລະ ປຶກສາຫາລືບັນດາວຽກທີ່ຕິດພັນລະຫວ່າງການຄ້າຂອງ ສປປ ລາວ ແລະ ອິນເດຍ.

ໄລຍະຜ່ານມາ ນັກທຸລະກິດຂອງ ປະເທດອິນເດຍ ກໍໄດ້ມີຄວາມສົນໃຈ ແລະ ເຂົ້າມາລົງທຶນຢູ່ ສປປ ລາວ ຫຼາຍພໍສົມຄວນ ຊຶ່ງສະແດງອອກ ໃນປີ 2008-2022 ມີນັກທຸລະກິດອິນເດຍ ເຂົ້າມາລົງທຶນ ຈໍານວນ 276 ຫົວໜ່ວຍວິສາຫະກິດ ມູນຄ່າທຶນຈົດທະບຽນທັງໝົດແມ່ນ 6.628.638.109.669 ກີບ.

ຂະແໜງການຕົ້ນຕໍທີ່ລົງທຶນໄດ້ແກ່: ກະສິກຳ, ປ່າໄມ້ ແລະ ການປະມົງ; ການຄ້າຂາຍຍົກ ແລະ ຂາຍຍ່ອຍ, ສ້ອມແປງລົດຍົນ ແລະ ລົດຈັກ; ອຸດສາຫະກຳປຸງແຕ່ງ; ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ; ການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການອາຫານ; ການສຶກສາ; ການເຄື່ອນໄຫວດ້ານອະສັງຫາລິມະຊັບ ແລະ ອື່ນໆ.​

ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄດ້ແກ່: ໂລຫະຄຳປະສົມເງິນ, ກົ່ວ, ​ຜະ​ລິດ​ຕະ​ພັນ​ໄມ້, ກາເຟ (ຍັງບໍ່ທັນປຸງແຕ່ງ), ຂີ້ຊີ, ເກືອໂບຣມ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ; ສິນຄ້າຫຼັກທີ່ ສປປ ລາວ ນຳເຂົ້າໄດ້ແກ່ ຜະລິດຕະພັນການຢາ (ເພສັດຊະກຳ), ພາຫະນະທາງບົກ (ນອກຈາກລົດໄຖນາ ແລະ ລົດຈັກ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນລົດຈັກ (ນອກຈາກເຄືື່ອງກົນຈັກພາຫະນະ), ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.

ເພື່ອ​ເຮັດ​ໃຫ້ການ​ພົວພັນ​ໃນ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ລະຫວ່າງ ສປປ ລາວ ​ແລະ ອິນ​ເດຍ ນັບ​ມື້​ນັບ​ຂະຫຍາຍຕົວ ​ແລະ ​ເຂົ້າ​ສູ່​ລວງ​ເລິກ ຈຶ່ງ​ມີ​ຂໍ້​ສະ​ເໜີ​ ຄື: ໃຫ້ມີການ​ແລກປ່ຽນ​ຂໍ້​ມູນ ລະຫວ່າງ ນັກທຸລະກິດລາວ-ອິນເດຍ ຢ່າງເປັນປະຈຳຜ່ານ​ສະຖານທູດ ຫຼື ​ກອງ​ປະຊຸມ​ພົບ​ປະ​ຂອງ​ສອງ​ປະ​ເທດ ເພື່ອດຶງດູດນັກ​ລົງທຶນ ຂອງສອງ​ປະ​ເທດໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ​ເພື່ອຊອກຫາຊ່ອງທາງໃນການສົ່ງອອກສິນຄ້າຂອງລາວໄປຍັງຕະຫຼາດອິນເດຍ; ໃຫ້ມີການແລກປ່ຽນບົດຮຽນ ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືພັດທະນາອຸດສາຫະກຳປຸງແຕ່ງສິນຄ້າກະສິກຳ, ອຸດສາຫະກຳ, ICT ​ແລະ ອຶ່ນໆ ສ້າງແຜນການສົ່ງເສີມການຕະຫຼາດ ເປັນຕົ້ນການອຳນວຍຄວາມສະດວກໃຫ້ແກ່ພາກລັດ ແລະ ພາກທຸລະກິດໄດ້ເຂົ້າຮ່ວມງານວາງສະແດງສິນຄ້າໃນງານສຳຄັນຕ່າງໆຢູ່ອິນເດຍ; ເພື່ອເປັນການສົ່ງເສີມການພົວພັນການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ແມ່ນເຫັນດີໃຫ້ມີການຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກເອກະຊົນຂອງສອງປະເທດ; ສະເໜີພິຈາລະນາການສ້າງແຜນການສົ່ງເສີມການຕະຫຼາດ ເປັນຕົ້ນການອຳນວຍຄວາມສະດວກໃຫ້ແກ່ພາກລັດ ແລະ ພາກທຸລະກິດໄດ້ເຂົ້າຮ່ວມງານວາງສະແດງສິນຄ້າໃນງານສຳຄັນຕ່າງໆຢູ່ອິນເດຍ ເຊັ່ນ: ກົນຈັກ, ພັດທະນາ ປຸງແຕ່ງ ສິນຄ້າກະສິກຳ, ການແປຮູບສິນຄ້າ, ນະວັດຕະກຳໃໝ່ ແລະ ອື່ນໆ.