ຈັບ 1 ຄົນ ຂະຫຍາຍຜົນໄດ້ອີກ 4 ຜູ້ຖືກສົງໄສ ພ້ອມຂອງກາງຢາບ້າ 73 ພັນກວ່າເມັດ

ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ລາຍງານໃຫ້ຮູ້ວ່າ: ວັນທີ 26 ກໍລະກົດ 2022 ຜ່ານມານີ້ ປກສ ກຸ່ມ ສີວິໄລ ແລະ ບ້ານ ເຂົ້າຈັບຕົວຜູ້ຖືກສົງໄສຄ້າຂາຍຢາເສບຕິດ 1 ຄົນ ທ້າວ ໂອສາ ອາຍຸ 38 ປີ ກໍາມະກອນ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ພ້ອມຂອງກາງຢາບ້າ 30 ເມັດ ແລະ ໂທລະສັບ 01 ເຄື່ອງ.

ການໃນສືບສວນສອບສວນ ຜູ້ຖືກສົງໄສໄດ້ຊັດທອດຫາພັກພວກດັ່ງນີ້:
1. ທ້າວ ສີລິສະຫວັນ ຫຼື ນີ ອາຍຸ 36 ປີ ອາຊີບ ກໍາມະກອນ ຢູ່ບ້ານສະພັງເມິກ ເມືອງໄຊທານີ ຕໍ່ມາເວລາ 09:00 ໂມງ ຈິງໄດ້ເຂົ້າຈັບຕົວ ທ້າວ ສີລິສະຫັວນ ມີຂອງກາງຢາບ້າ 08 ຖົງ ຫຼື 1.600 ເມັດ, ໂທລະສັບ 02 ເຄື່ອງ, ລົດຈັກ ສີດໍາ 01 ຄັນ.
2. ທ້າວ ບັນດາສັກ ອາຍຸ 34 ປີ ຢູ່ບ້ານພູຄໍາ ເມືອງໄຊທານີ ເປັນຜູ້ກະທໍາຜິດ ຈິ່ງໄດ້ນໍາຈັບຕົວພ້ອມຂອງກາງຢາບ້າ 155 ເມັດ, ລົດຈັກຄິກໄອ ສີຂາວ ບໍ່ມີປ້າຍທະບຽນ 1 ຄັນ,ໂທລະສັບ 01 ເຄື່ອງ, ຜູ້ກ່ຽວຮັບສາລະພາບວ່າ: ມີພັກພວກຮ່ວມຄ້າຂາຍຢາເສບຕິດອີກ 2 ຄົນ.
3. ນາງ ສີ ອາຍຸ 38 ປີ ຢູ່ບ້ານພູຄໍາ ເມືອງໄຊທານີ ແລະ ທ້າວ ຊາຍ ອາຍຸ 40 ປີ ກໍາມະກອນ ຢູ່ບ້ານພູຄໍາ ເມືອງໄຊທານີ, ຫຼັງມີຂໍ້ມູນຫຼັກຖານ ກໍສືບຄົ້ນໄລ່ຊອກໄລຈັບ ນາງ ສີ ພ້ອມຂອງກາງ ຢາບ້າ 80 ເມັດ, ສາຍແຂນ 01 ເສັ້ນ, ກີ້ສາຍຄໍ 01 ອັນ, ແຫວນ 01 ວົງ, ສາຍຄໍສີຂາວ ແລະ ກີ້ 01 ອັນ, ເງິນ 15 ໂດລາ, ເງິນໄທ 520 ບາດ ແລະ ເງິນຝາກຢູ່ທະນາຄານ 48.500.000 ກີບ, ລົດຈັກ ເວັບ 100 ສີແດງດໍາ 1 ຄັນ, ລົດຄິກໄອ ສີຂາວ ບໍ່ມີປ້າຍທະບຽນ 1 ຄັນ, ລົດຊີບີອາ ສີຂາວດໍາ ບໍ່ມີປ້າຍທະບຽນ 1 ຄັນ.
4.ທ້າວ ຊາຍ ມີຂອງກາງຢາບ້າ 72.000 ເມັດ, ໂທລະສັບ 01 ໜ່ວຍ, ລົດຈິບ ສີຂາວ 01 ຄັນ.
ຕໍ່ກັບຄະດີນີ້ ກອງບັນຊາການ ປກສ ເມືອງໄຊທານີກຳລັງເລັ່ງສືບສວນ-ສອບສວນ ປະຕິບັດຕາມກົດໝາຍ.