ເຊລຊີ ໃກ້ຕົກລົງຄ່າຕົວ ແຟຣັງກີ ເດິ ຢອງ ກັບບາເຊໂລນາ ລໍຖ້ານັກເຕະຕັດສິນອະນາຄົດ

ເຊລຊີ ຕົກເປັນຂ່າວໃກ້ບັນລຸຂໍ້ຕົກລົງກັບ ບາເຊໂລນາ ໃນເລື່ອງຄ່າຕົວຂອງ ແຟຣັງກີ ເດິ ຢອງ ກອງກາງທີມຊາດເນເທີແລນ ແນວໃດກໍຕາມຕ້ອງຖ້າການຕັດສິນໃຈເລື່ອງອະນາຄົດຈາກນັກເຕະອີກເທື່ອຫນຶ່ງ.
ເຊລຊີ ກາຍເປັນອີກໜຶ່ງສະໂມສອນຮ່ວມກັບ ແມນເຊສເຕີ ຢູໄນເຕັດ ທີ່ຕ້ອງການເຊັນສັນຍາ ເດິ ຢອງ ມາເສີມແດນກາງໃນ ຕະຫລາດນັກເຕະລະດູການນີ້.
ກ່ອນໜ້ານີ້ມີລາຍງານວ່າ ແມນເຊສເຕີ ຢູໄນເຕັດ ສາມາດບັນລຸຂໍ້ຕົກລົງກັບ ບາເຊໂລນາ ໃນເລື່ອງຂອງຄ່າຕົວນັກເຕະອາຍຸ 25 ປີລາຍນີ້ ແຕ່ຕົວນັກເຕະພັດບໍ່ຍອມເຈລະຈາເລື່ອງສັນຍາສ່ວນຕົວເນື່ອງຈາກຕ້ອງການຢູ່ໃນຖິ່ນ ຄຳນູ ຕໍ່ໄປ.
ຈົນຫລ້າສຸດ The Time ສື່ຊື່ດັງໃນອັງກິດ ແລະ ສະປອດ ສື່ສະເປນລະບຸກົງກັນວ່າ ເຊລຊີ ກຽມບັນລຸຂໍ້ຕົກລົງຄ່າຕົວຂອງ ເດິ ຢອງ ກັບ ບາເຊໂລນາ ແລ້ວດ້ວຍລາຄາ 67,6 ລ້ານປອນ ແຕ່ກໍຍັງບໍ່ເປັນທີ່ແນ່ນອນວ່າ ເດິ ຢອງ ຈະຕັດສິນໃຈຍ້າຍທີມຫລືບໍ່ ທ່າມ ກາງປະເດັນເລື່ອງຄ່າຈ້າງທີ່ ບາເຊໂລນາ ຍັງຄ້າງລາວຢູ່.
ແນວໃດກໍຕາມ ເຊລຊີ ໝັ້ນໃຈວ່າພວກເຂົາມີພາສີດີກວ່າ ແມນເຊສເຕີ ຢູໄນເຕັດ ໃນການຊື້ຂາຍຄັ້ງນີ້ ເນື່ອງຈາກໄດ້ໄປຫລິ້ນໃນ ຢູຟາ ແຊ໊ມປຽນ ລີກ ຂະນະທີ່ ແມນຢູ ໄດ້ຫລິ້ນພຽງ ຢູໂຣປາ ລີກ ເທົ່ານັ້ນ.

