ເຢຍລະມັນພົບ “ເດັກນ້ອຍ” ຕິດເຊື້ອພະຍາດໝາກສຸກລີງ ຄົນທຳອິດໃນປະເທດ ອາຍຸພຽງ 4 ປີ

ວັນທີ 9 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: Robert Koch Institute (RKI) ສະຖາບັນດ້ານພະຍາດຕິດເຊື້ອຂອງເຢຍລະມັນ ເຜີຍການກວດພົບເດັກນ້ອຍຕິດເຊື້ອພະຍາດໝາກສຸກລີງຄົນທຳອິດໃນປະເທດ.
RKI ລາຍງານວ່າ: ຜູ້ຕິດເຊື້ອດັ່ງກ່າວເປັນເດັກນ້ອຍຜູ້ຍິງອາຍຸ 4 ປີ ອາໄສຢູ່ເຮືອນທີ່ພົບຜູ້ໃຫຍ່ຕິດເຊື້ອໄວຣັສສ້າງພະຍາດໝາກສຸກລີງຈຳນວນ 2 ຄົນ ໂດຍກ່ອນໜ້ານີ້ ເຢຍລະມັນກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງໃນກຸ່ມໄວລຸ້ນອາຍຸ 15 ປີ ແລະ 17 ປີ ເປັນຄັ້ງທຳອິດໃນອາທິດຜ່ານມາ ກຸ່ມຜູ້ຕິດເຊື້ອດັ່ງກ່າວເຊື່ອມໂຍງການລະບາດໄລຍະກ່ອນໜ້າໃນເດືອນພຶດສະພາ ເຊິ່ງສົ່ງຜົນກະທົບໃນຫລາຍປະເທດທົ່ວໂລກ ໂດຍສະເພາະເອີຣົບ ໂດຍ RKI ໄດ້ຮັບລາຍງານຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງທັງໝົດ 2.982 ຄົນແລ້ວ ນັບແຕ່ເຢຍລະມັນກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທຳອິດເປັນເວລາ 2 ເດືອນເຄິ່ງ.
ຫລັກຖານປັດຈຸບັນບົ່ງຊີ້ວ່າ: ການແພ່ເຊື້ອໄວຣັສໝາກສຸກລີງເກີດຂຶ້ນໃນບໍລິບົດຂອງກິດຈະກຳທາງເພດເປັນຫລັກ ໂດຍສະເພາະໃນກຸ່ມຜູ້ຊາຍທີ່ມີເພດສຳພັນກັບຊາຍຄົນອື່ນ, ແຕ່ຮອດຕອນນີ້ຜູ້ຕິດເຊື້ອສ່ວນຫລາຍບໍ່ໄດ້ມີອາການຮຸນແຮງແຕ່ຢ່າງໃດ.
RKI ລະບຸວ່າ: ພະຍາດໝາກສຸກລີງມີຄວາມສ່ຽງຕໍ່ສຸຂະພາບປະຊາກອນທົ່ວໄປໃນເຢຍລະມັນບໍ່ຫລາຍ, ແຕ່ RKI ຍັງຕິດຕາມສະຖານະການຢ່າງໃກ້ຊິດ ແລະ ກຳລັງປັບການຕີລາຄາພະຍາດໃຫ້ເຂົ້າກັບຊຸດຂໍ້ມູນຫລ້າສຸດ.
ເມື່ອບໍ່ດົນມານີ້, ຄະນະກຳມະການຖາວອນດ້ານການສັກວັກຊີນ (STIKO) ຂອງເຢຍລະມັນ ເຜີຍວ່າ: ການແຈກຢາຍວັກຊີນທີ່ມີຢູ່ໃຫ້ເກີດຜົນປະໂຫຍດສູງສຸດ ຖືເປັນສິ່ງສຳຄັນໃນໄລຍະເລີ່ມຕົ້ນໂຄງການປຸກລະດົມສັກວັກຊີນ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງເຊື້ອໄວຣັສ.
ທັງນີ້, STIKO ເຜີຍວ່າ: ປະລິມານວັກຊີນທີ່ມີຕອນນີ້ຍັງບໍ່ພຽງພໍ ໂດຍເຢຍລະມັນມີວັກຊີນ Jynneos ສຳຮອງພຽງ 40.000 ໂດສ ເຮັດໃຫ້ລັດຖະບານເຢຍລະມັນຕັດສິນໃຈສັ່ງຊື້ວັກຊີນສຳລັບຈັດສົ່ງໄລຍະໄຕມາດ 3 ເພີ່ມອີກ 200.000 ໂດສ.

