ທົ່ວປະເທດ ມີແຫລ່ງຜະລິດໄຟຟ້າທັງໝົດ 89 ແຫ່ງ ທີ່ສະໜອງໃຫ້ລັດວິສາຫະກິດໄຟຟ້າລາວ, ມີສະຖານີ ໄຟຟ້າແຮງຄວາມສູງ 75 ແຫ່ງ

ໃນວັນທີ 8 ສິງຫາ 2022 ລັດວິສາຫະກິດໄຟຟ້າລາວ ຈັດຕັັ້ງຜັນຂະຫຍາຍ ວາລະແຫ່ງຊາດ ເພືີ່ຶອແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ-ການເງິນ,ທັງເປັນການທໍາຄວາມເຂົ້າໃຈກ່ຽວກັບການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວໂດຍການການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ອຳນວຍການໃຫ່ຍ ຟຟລ,ມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຮອງຫົວໜ້າຄະນະປະຕິຮູບ ຟຟລ, ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວວ່າ: ລັດວິສາຫະກິດ ທີີ່ມີປະຫວັດອັນຍາວນານຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວ ແລະ ການ ພັດທະນາຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍ ຈົນເຖິງປັດຈຸບັນ ແລະ ເວົ້າໄດ້ວ່າເປັນລັດວິສາຫະກິດ ທີ່ມີມູນຄ່າຊັບສິນສູງທີີ່ສຸດໃນປະເທດ, ພ້ອມປະຕິບັດສອງໜ້າທີີ່ຍຸດທະສາດທີີ່ພັກ-ລັດ ມອບໝາຍໃຫ້ຄື:
- ຮັບຜິດຊອບໜ້າທີີ່ການເມືອງ ກໍຄືການປະຕິບັດໜ້າທີີ່ສະໜັບສະໜູນ ແລະ ຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທໍາ, ໂດຍສະເພາະແມ່ນຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍຂອງລັດຖະບານກໍານົດໄວ້ (ເຊິ່ງມາຮອດປະຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95 % ຂອງຈໍານວນຄົວເຮືອນທົ່ວປະເທດ)
- ຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກາໄຟຟ້າໃຫ້ເປັນຂະແໜງ
ການຫລັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງ ຊຸກຍູ້ສົ່ງເສີມຂະແໜງການປີ່ນອ້ອມໃຫ້ມີການພັດທະນາໄຟຟ້າຄຽງຄູ່ກັນ
ຄຽງຄູ່ກັບການຂະຫຍາຍໂຕເຕີບໃຫຍ່ຂອງ ຟຟລ ຍັງມີບັນຫາຫລາຍອັນທີີ່ຍັງຄົງຄ້າງທີີ່ຕ້ອງໄດ້ຮັບການປັບປຸງແກ້ໄຂເຊັ່ນ: ການປັບປຸງລະບົບສະໜອງໄຟໃຫ້ມີຄວາມໝັັ້ນຄົງ, ຄວາມໝັັ້ນຄົງຂອງພະລັງງານ ພາຍໃນປະເທດໃຫ້ມີຄວາມດຸ່ນດ່ຽງ ແລະ ລາຄາໄຟຟ້າໃຫ້ສົມເຫດສົມຜົນ. ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ຊື້ພະລັງງານໄຟຟ້າຈາກແຫລ່ງຜະລິດພາຍໃນ 89 ແຫ່ງ , ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີລະບົບສາຍສົ່ງໄຟຟ້າແຮງສູງ 115 ກວ ແລະ 230 ກວ ຍາວປະມານ 9.974 Km ວົງຈອນ,ມີລະບົບຕາຂ່າຍຈໍາໜ່າຍໄຟຟ້າພາກແຮງດັນກາງ ແລະ ແຮງດັນຕໍ່າ ຍາວປະມານ55.600 Km ວົງຈອນ ສາມາດສະໜອງພະລັງງານໄຟຟ້າໄດ້ 95 % ຂອງຈໍານວນຄົວເຮືອນທົ່ວປະເທດ.
ເພືີ່ອຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ລັດວິສາຫະກິດໄຟຟ້າລາວ ກໍາລັງດໍາເນີນການປະຕິຮູບຮອບດ້ານເພືີ່ອຮັບປະກັນການປະຕິບັດສອງໜ້າທີີ່ການເມືອງ, ທັງເປັນການສະໜອງນະໂຍບາຍຂອງລັດຖະບານ ໃນການຫັນເອົາພະລັງງານໄຟຟ້າ ໃຫ້ກາຍເປັນກະດູກສັນຫລັງຂອງການພັດທະນາປະເທດ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ຮັບປະກັນກາປະຕິບັດ ວາລະແຫ່ງຊາດເພືີ່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍຸດທະສາດການພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ 2021-2030 ໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.

