ທົ່ວເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ມີ 3 ຈຸດໃຫຍ່ ມີ 30 ບ້ານ, 1.152 ຄອບຄົວໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ

ທ່ານເຈົ້າເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ລາຍງານວັນທີ 9 ສິງຫາ 2022 ນີ້ໃຫ້ຮູ້ວ່າ: ສະພາບນໍ້າຖ້ວມຕາມເສັ້ນທາງພາຍໃນເມືອງສີໂຄດຕະບອງ ລະຫວ່າງວັນທີ 7-8 ສິງຫາຜ່ານມາ ມີ 3 ຈຸດໃຫຍ່
1. ເສັ້ນທາງ 13 ເໜືອ ສີໄຄ ຫາ 3 ແຍກສີເກີດ ລົດທຽມໄປມາຍາກ
– ຈຸດທີ 1: ເຂດບ້ານນາແຮ່ (ວັດແກ້ວປ່າ ຫາ ບໍລິສັດລາວໂຕໂຍຕາ) ຖ້ວມເລິກ 30 ຊັງຕີແມັດ, ມີຄວາມຍາວ 600 ແມັດ; ລົດທຸກປະເພດໄປມາໄດ້,ໃນນັ້ນ: ຖ້ວມບ້ານເຮືອນປະຊາຊົນໄດ້ຮັບຜົນກະທົບມີ 5 ບ້ານຄື: ບ້ານສີບຸນເຮືອງທົ່ງ ມີ 95 ຄອບຄົວ, ບ້ານວຽງສະຫວັນ ມີ 22 ຄອບຄົວ, ບ້ານສີຊົມຊື່ນ ມີ 40 ຄອບຄົວ, ບ້ານໂພສີ 33 ຄອບຄົວ ແລະ ບ້ານນາແຮ່ ມີ 12 ຄອບຄົວ.
– ຈຸດທີ2: ເຂດບ້ານໜອງໜ້ຽວ(ສາມແຍກໄຟແດງ) ຖ້ວມຈຸດເລີກສຸດ 70 ຊັງຕີແມັດ, ມີຄວາມຍາວ 400 ແມັດ; ລົດຕໍ່າບໍ່ສາມມາດໄປໄດ້; ຖ້າຫາກຝົນເຊົາຕົກ ລະດັບນໍ້າມີທ່າອ່ຽງຫລຸດລົງ ແລະ ຖ້ວມເຮືອນປະຊາ ຊົນບ້ານໜອງໜ້ຽວ 75 ຄອບຄົວ.
– ຈຸດທີ3: ເຂດບ້ານໜອງແຕ່ງຕະຫລາດລາວອົດຊີ ຖ້ວມຈຸດເລິກສຸດ 70 ຊັງຕີແມັດ, ມີຄວາມຍາວ 600 ແມ້ດ ລົດຕໍ່າບໍ່ສາມາດຜ່ານໄປໄດ້ ແລະຖ້ວມເຮືອນປະຊາຊົນບ້ານໜອງແຕ່ງເໜືອ ມີ 46 ຄອບຄົວ ແລະ ບ້ານໜອງແຕ່ງໃຕ້ 56 ຄອບຄົວ
2. ເສັ້ນທາງສີທອງ ມີ 3 ຈຸດ ລົດທຸດປະເພດສາມາດໄປມາໄດ້.
– ຈຸດທີ 1. ເຂດຄີວລົດສາຍເໜືອ ຈຸດສູງສຸດ 30 ຊັງຕີແມັດ, ມີຄວາມຍາວ 60 ແມັດ.
– ຈຸດທີ 2. ເຂດບ້ານດົງນາທອງ ເລິກ 20 ຊັງຕີແມັດ, ມີຄວາມຍາວ 30 ແມັດ.
– ຈຸດທີ 3. ນ້ຳໄຫລເຂົ້າເຮືອນປະຊາຊົນ ເຂດບ້ານປາກທ້າງ ມີ 43 ຄອບຄົວ.
3. ເສັ້ນທາງເບຕົງ ທົ່ງປົ່ງ ຫາ ໂນນຂີ້ເຫຼັກ ມີ 2 ຈຸດ ຄື:
– ຈຸດທີ 1: ເຂດແດນບ້ານທົ່ງປົ່ງ ແລະ ບ້ານໂພນສະຫວາດເໜືອ ເລິກ 50 ຊັງຕີແມັດ, ມີຄວາມຍາວ 120 ແມັດ; ລົດຕໍ່າ ບໍ່ສາມາດຜ່ານໄປໄດ້ ໃນນັ້ນ: ຖ້ວມເຮືອນປະຊາຊົນ ບ້ານ ຄື: ບ້ານທົ່ງປົ່ງ ມີ 68 ຄອບຄົວ , ບ້ານໂພນສະຫວາດເໜືອ, ມີ 44 ຄອບຄົວ;
– ຈຸດທີ 2: ບ້ານໂນນແກ້ວ ມີ 16 ຄອບຄົວ ແລະ ຫ້ອງແຖວໃຫ້ເຊົ່າ ມີຈຳນວນ 10 ຫລັງ ມີ 92 ຫ້ອງ ແລະ ບ້ານໂນນສະຫວ່າງ 13 ຄອບຄົວ.
ສະຫລຸບແລ້ວໄດ້ຮັບຜົນກະທົບ 30 ບ້ານ, 1.154 ຄອບຄົວ, ຫ້ອງແຖວໃຫ້ເຊົ່າ 12 ຫລັງ ( 112 ຫ້ອງ ), ໜອງປາ 03 ໜອງ, ຄອກໝູ 01 ຄອກ, ນາເຂົ້າ 23 ຮຕ
ສາເຫດການເກີດນໍ້າອັ່ງຂັງໃນຄັ້ງນີ້ແມ່ນລະບົບຮ່ອງລະບາຍນໍ້າໄຫລບໍ່ສະດວກ ຍ້ອນມີວັດຊະພືດ ແລະ ຂີ້ເຫຍື້ອອຸດຕັນ ທາງເມືອງໄດ້ລົງກວດກາ ຫາຈຸດແລ້ວ ພວມເລັ່ແກ້ໄຂຢ່າງຮີບດ່ວນ.

