ບາເຊໂລນາ ຂູ່ໃຊ້ກົດໝາຍເອົາຜິດ ເດິ ຢອງ ເລື່ອງສັນຍາທີ່ບໍ່ຖືກກົດໝາຍ

ບາເຊໂລນາ ຂູ່ໃຊ້ກົດຫມາຍເອົາຜິດ ແຟຣັງກີ ເດິ ຢອງ ກອງກາງທີມຊາດເນເທີແລນ ຫລັງພົບວ່າ ສັນຍາສະບັບປັດຈຸບັນຂອງ ລາວທີ່ເຊັນເອົາໄວ້ກັບຄະນະບໍລິຫານຊຸດກ່ອນອາດບໍ່ຖືກກົດໝາຍ.
ບາເຊໂລນາ ທີມໃຫຍ່ແຫ່ງ ລາ ລີກາ ສະເປນ ແຈ້ງກັບ ແຟຣັງກີ ເດິ ຢອງ ກອງກາງທີມຊາດເນເທີແລນ ວ່າ ພວກເຂົາຕ້ອງ ການຍົກເລີກສັນຍາສະບັບປັດຈຸບັນຂອງລາວ ແລະ ຢ້ອນກັບໄປໃຊ້ສັນຍາສະບັບເກ່ົາ ຫລັງພົບຫລັກຖານວ່າ ຂໍ້ຕົກລົງທີ່ດາວ ຕະອາຍຸ 25 ປີ ເຮັດເອົາໄວ້ກັບທີມຜູ້ບໍລິຫານຊຸດເກ່ົາຫນ້າຈະບໍ່ຖືກກົດຫມາຍ.
ສຳນັກຂ່າວ The Athletic ລາຍງານວ່າ ບາເຊໂລນາ ສົ່ງຈົດຫມາຍເຖິງ ເດິ ຢອງ ຕັ້ງແຕ່ວັນທີ 15 ກໍລະກົດຜ່ານມາ ໂດຍອ້າງວ່າ ພວກເຂົາພົບຫລັກຖານທີ່ສະແດງໃຫ້ເຫັນການລະເມີດກົດໝາຍຂອງຜູ້ມີສ່ວນກ່ຽວຂ້ອງໃນການຕໍ່ສັນຍາສະບັບໃຫມ່ຂອງລາວເມື່ອວັນທີ 20 ຕຸລາ ປີ 2020.
ສຳລັບສັນຍາສະບັບດັ່ງກ່າວເປັນການຕໍ່ເພີ່ມຈາກຂອງເກ່ົາໄປອີກ 2 ປີ ຫລື ຈົນເຖິງປີ 2026 ໂດຍ ເດິ ຢອງ ຕົກລົງທີ່ຈະຫລຸດຄ່າ ຈ້າງຂອງຕົນເອງລົງມາໃນລະດູການ 2020-21 ແລະ 2021-22 ເພື່ອຊ່ວຍໃຫ້ ບາເຊໂລນາ ທີ່ພວມມີສະພາບທາງການເງິນຕົກຕຳ່ ໃຫ້ດີຂຶ້ນ ຂະນະທີ່ ບາເຊໂລນາ ຈະທະຍອຍຜ່ອນຈ່າຍຄ່າຈ້າງທີ່ຖືກຫລຸດລົງມາດັ່ງກ່າວຈຳນວນ 18 ລ້ານຢູໂຣ ຄືນໃຫ້ກັບກອງ ກາງທີມຊາດເນເທີແລນ ໃນອີກ 4 ລະດູການຖັດໄປເລີ່ມຈາກລະດູການ 2022-23.
ຈົນຫລ້າສຸດ ນອກຈາກມີຄວາມເປັນໄປໄດ້ຍາກທີ່ຈະໄດ້ເງິນຄ່າເມື່ອຍຄືນແລ້ວ ບາເຊໂລນາ ຍັງແຈ້ງກັບ ເດິ ຢອງ ອີກວ່າ ສະໂມສອນອາດຕັດສິນໃຈດຳເນີນທາງການກົດຫມາຍກັບຜູ້ມີສ່ວນກ່ຽວຂ້ອງໃນການຕໍ່ສັນຍາເຈົ້າບັນຫາຂອງພວກເຂົາ ເຊິ່ງລວມໄປເຖິງນາຍໜ້າຂອງກອງກາງຊາວເນເທີແລນນຳອີກ ຫາກລາວບໍ່ຍອມຍົກເລີກສັນຍາສະບັບປັດຈຸບັນ ແລະ ກັບໄປໃຊ້ສັນຍາສະບັບເກ່ົາທີ່ເຊັນເອົາໄວ້ຕັ້ງແຕ່ຕອນຍ້າຍມາຈາກ ອາແຈັກ ເມື່ອປີ 2019.
ທັງນີ້ ນອກຈາກ ເດິ ຢອງ ແລ້ວ ຍັງມີ ເຄຣາດ ປີເກ, ມາກ ອັງເດຣ ແຕ ສະເຕເກັນ ແລະ ເກລມ໊ອງລ໊ອງເລ ທີ່ເຊັນສັນ ຍາໃນລັກສະນະດຽວກັນເພື່ອຊ່ວຍຫລຸດພາວະໃນການແບກຮັບຄ່າເມື່ອຍຂອງບາເຊໂລນາເຊັນດຽວກັນ.

