ແມນຊິຕີ ກຽມທຳໃຈ, ເປບ ເຜີຍແຜນຫາກບໍ່ຕໍ່ສັນຍາ ຫລັງຈົບລະດູການນີ້

ແມນເຊສເຕີ ຊິຕີ ອາດຕ້ອງກຽມແຜນຫາຜູ້ຈັດການທີມຄົນໃຫມ່ ຫລັງຈາກ ເປບ ກວາດີໂອລາ ເປີດເຜີຍແຜນໃນອະນາຄົດກໍລະ ນີບໍ່ຕໍ່ສັນຍາ ຫລັງຈົບພຣີເມຍລີກ 2022-23.

ຜູ້ຈັດການທີມຊາວສະເປນຖືກຈັບຕາເບິ່ງເລື່ອງອະນາຄົດ ຫລັງຈາກເຫລືອສັນຍາກັບ ແມນຊິຕີ ພຽງ 1 ປີ ເຊິ່ງມີຂ່າວວ່າ ແມນຊິຕີ ກຽມສະເຫນີສັນຍາສະບັບໃຫມ່ ເພື່ອໃຫ້ລາວຢູ່ໃນທີມຕໍ່ໄປຈົນເຖິງລະດູການປີ 2025 ແລະ ສານຕໍ່ພາລະກິດລຸ້ນແຊ໊ມ ຢູຟາ ແຊ໊ມ ປຽນລີກ ສະໄຫມທຳອິດຂອງສະໂມສອນ ຫລັງຈາກເຮັດໄດ້ໃກ້ຄຽງທີ່ສຸດດ້ວຍການເຂົ້າຮອບຊີງຊະນະເລີດລະດູການ 2020-21.

ແນວໃດກໍຕາມ ເປບ ກວາດີໂອລາ ອາຍຸ 51 ປີ ເປີດເຜີຍວ່າ : ບໍ່ວ່າ ແມນຊິຕີ ຈະໄດ້ແຊ໊ມ ຢູຟາ ແຊ໊ມປຽນລີກ ລະດູການນີ້ຫລືບໍ່ ກໍບໍ່ມີຜົນຕໍ່ການຕັດສິນໃຈ ໂດຍຂຶ້ນຢູ່ກັບຄວາມເຫມາະສົມຂອງທຸກຝ່າຍເທົ່ານັ້ນ ທຸກຢ່າງມັນບໍ່ແນ່ນອນ ຂ້ອຍຍັງບໍ່ມີມຸມມອງທີ່ ຈະເວົ້າວ່າອະນາຄົດຈະເກີດຫຍັງຂຶ້ນ.

‘‘ ຂ້ອຍອ່າວຫມັ້ນໃຈວ່າຂ້ອຍມີຄວາມສຸກກັບແມນຊິຕີ ແລະ ໃນທ້າຍທີ່ສຸດຂ້ອຍອາດຈະຢູ່ຕໍ່ ແຕ່ຖ້າບໍ່ ນັ້ນບໍ່ແມ່ນເພາະຂ້ອຍຕ້ອງ ການທີ່ຈະກ້າວໄປຂ້າງໜ້າ ຫລື ຍ້າຍໄປບ່ອນອື່ນ ແຕ່ມັນເປັນເພາະຂ້ອຍຢາກຈະຢຸດພັກ ນີ້ຄືຄວາມຄິດຂອງຂ້ອຍໃນຕອນນີ້ ຢ່າງທຳອິດເລີຍ ແນ່ນອນວ່າຂ້ອຍມານີ້ເພາະເຮົາຢາກຊະນະ ບໍ່ດັ່ງນັ້ນຂ້ອຍກໍຄົງບໍ່ມາ ’’.

ສຳລັບ ເປບ ກວາດີໂອລາ ຢູ່ກັບ ແມນເຊສເຕີ ຊິຕີ ມາຕັ້ງແຕ່ປີ 2016 ພາທີມຄວ້າແຊ໊ມພຣີເມຍລີກ ອັງກິດ 4 ສະໄຫມ, ເອຟເອ ຄັບ 1 ສະໄຫມ, ລີກ ຄັບ 4 ສະໄຫມ, ຄອມມູນີຕີ ຊິລ 2 ສະໄຫມ.