ສະພາບນໍ້າຖ້ວມຂັງບາງເຂດໃນ ຕົວເມືອງວັງວຽງ ເກີດຈາກມີການສ້ອມແປງປັບປຸງ ປັດຈຸບັນກັບສູ່ສະພາບປົກະຕິແລ້ວ

ຕາມການລາຍງານຈາກ ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ຜ່ານສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ໃນເຊົ້າວັນທີ 6 ສິງຫາ 2022 ນີ້, ໄດ້ເກີດຝົນຕົກໜັກເປັນບໍລິເວນກວ້າງໃນເຂດເມືອງວັງວຽງ ເຊິ່ງໄດ້ເຮັດໃຫ້ເກີດນໍ້າຖ້ວມຂັງເປັນບໍລິເວນກວ້າງຢູ່ຫລາຍຈຸດໃນຕົວເມືອງ, ຍ້ອນມີບາງຈຸດ, ບາງສາຍຫ້ວຍ ມີການສ້ອມແປງປັບປຸງ ຫລື ພັດທະນາ, ຈຶ່ງເຮັດໃຫ້ລະບົບລະບາຍນໍ້າໄຫລບໍ່ສະດວກ, ເຮັດໃຫ້ມີນໍ້າຍຶ່ງ, ນໍ້າຂັງ ຖ້ວມໜົນຫົນທາງ ແລະ ເຮືອນປະຊາຊົນຈໍານວນໜຶ່ງ.
ແນວໃດກໍຕາມ, ສໍາລັບນໍ້າຊອງ ແມ່ນບໍ່ທັນໄດ້ຍຶ່ງຂຶ້ນຖ້ວມ ແລະ ສະພາບນໍ້າໂດຍລວມແມ່ນຢູ່ໃນລະດັບປົກກະຕິຂອງລະດູຝົນ ແລະ ມາຮອດປັດຈຸບັນ, ສະພາບນໍ້າຖ້ວມຂັງ ດັ່ງກ່າວແມ່ນໄດ້ຄ່ອຍໆຫລຸດລົງສູ່ສະພາບປົກະຕິແລ້ວ.

