ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະພາບ ແລະ ໂທດປັບໃໝ ຜູ້ຄ້າຂາຍຢາເສບຕິດ ຈຳນວນ 13 ຄົນ

ຂ່າວ ປກສ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ:ວັນທີ 28 ກໍລະກົດ 2022 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີກ່ຽວກັບຢາເສບຕິດ ຈຳນວນ 13 ຄົນຄື:

1. ທ້າວ ດອນ, ອາຍຸ 32 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ວຽງສະໄໝ.
2. ທ້າວ ສຸລິວັນ ອາຍຸ 29 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ນ້ຳເປາະ.
3. ທ້າວ ອົ້ນ ອາຍຸ 21 ປີ ອາຊີບ ກຳມະກອນ ຢູ່ບ້ານ ພູດິນແດງ
ທັງ 3 ຢູ່ເມືອງ ວັງວຽງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 22 ມິຖຸນາ 2021 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 527 ເມັດ ດັ່ງນັ້ນສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ດອນ ແລະ ທ້າວ ອົ້ນ ຈຳເລີຍທັງ 2 ຜູ້ລະຫ້າປີ ປັບໃໝຜູ້ລະ 10.000.000 ກີບ, ແລະ ທ້າວ ສຸລິວັນ ຈຳເລີຍ 5 ປີ 6 ເດືອນ ປັບໃໝ 12.000.000 ກີບ.

4. ທ້າວ ຈ່ອຍ ອາຍຸ 32 ປີ ອາຊີບ ເຮັດນາ ຢູ່ບ້ານ ໂນນຫີນແຮ່.ຖືກກັກຕົວໃນວັນທີ 24 ພຶດສະພາ 2021
5. ທ້າວ ຕຸ່ນ ອາຍຸ 21 ປີ ອາຊີບ ກຳມະກອນ ຢູ່ບ້ານ ໂພນສະຫວາດ ທັງ 2 ຢູ່ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 27 ພຶດສະພາ 2021
6. ທ້າວ ສືວ່າງ ອາຍຸ 20 ປີ ອາຊີບ ເຮັດນາ ຢູ່ບ້ານ ນ້ຳແພດ ເມືອງໝື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 24 ພຶດສະພາ 2021
ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງປະເພດຢາບ້າ 3.299 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວຈ່ອຍ (ຈຳເລີຍ 1) ທ້າວ ສືວ່າງ (ຈຳເລີຍ 2) ຜູ້ລະ 10 ປີ ປັບໃໝຜູ້ລະ 100.000.000 ກີບ ແລະ ຕັດອິດສະຫຼະພາບ ທ້າວ ຕຸ່ນ (ຈຳເລີຍ 3) 5 ປີ ປັບໃໝ 10.000.000 ກີບ.

7. ທ້າວ ບົວລະພາ ອາຍຸ 27 ປີ ອາຊີບ ເຮັດນາ ຢູ່ບ້ານ ໂພນສົມບູນ.
8. ທ້າວ ວິກີ ອາຍຸ 27 ປີ ອາຊີບ ເຮັດນາ ຢູ່ບ້ານ ນາເລົາ
ທັງ 2 ຢູ່ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 27 ມັງກອນ 2021 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 435 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍທັງ 2 ຜູ້ລະ 6 ປີ, ປັບໃໝຜູ້ລະ 28.000.000 ກີບ.

9. ທ້າວ ທີ ອາຍຸ 35 ປີ ອາຊີບ ເຮັດນາ ຢູ່ບ້ານ ໂພນໄຊ ເມືອງ ເຟືອງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 19 ພຶດສະພາ 2021 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 154 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 5 ປີ, ປັບໃໝ 10.000.000 ກີບ.

10. ທ້າວ ພູເງິນ ອາຍຸ 20 ປີ ອາຊີບ ກຳມະກອນ ຢູ່ບ້ານ ບຸງພ້າວ ເມືອງ ທຸລະຄົມ ແຂວງວຽງຈັນ, ຖືກກັກຕົວໃນວັນທີ 8 ມັງກອນ 2020 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 57 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 5 ປີ, ປັບໃໝ 10.000.000 ກີບ.

11. ທ້າວ ກ້ອງເມັ່ງວື່ ອາຍຸ 24 ປີ ອາຊີບ ເຮັດນາ ຢູ່ບ້ານ ໂພນງາມ ເມືອງ ໝື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 12 ສິງຫາ 2021 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 1.000 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 8 ປີ, ປັບໃໝ 64.000.000 ກີບ.

12. ທ້າວ ບຸນສົມຊົ່ງ ອາຍຸ 35 ປີ ອາຊີບ ກຳມະກອນ ຢູ່ບ້ານ ສົມສະໜຸກ ເມືອງ ຫີນເຫີບ ແຂວງວຽງຈັນ ຖືກກັກຕົວໃນວັນທີ 21 ສິງຫາ 2019 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 45 ເມັດ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ຫ້າ 5 ປີ ປັບໃໝ 10.000.000 ກີບ.

13. ທ້າວ ຢົວເຢ້ວ່າງ ອາຍຸ 65 ປີ ອາຊີບ ເຮັດນາ ຢູ່ບ້ານ ນ້ຳປຸ່ງ ເມືອງ ເຟືອງ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 13 ກໍລະກົດ 2021 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 192 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 4 ປີ, ປັບໃໝ 8.000.000 ກີບ.