ຜູ້ຕາງໜ້າສະມາຄົມນັກຂ່າວ ເຂົ້າຢ້ຽມຢາມທ່ານເອກອັກຄະລັດຖະທູດລາວປະຈຳໄທ

ວັນທີ 1 ສິງຫາ 2022 ທີ່ຜ່ານມາ ທ່ານ ຊະວາຣົງ ລິມປະທົມປານີ ປະທານສະພາຂ່າວແຫ່ງຊາດ ແລະ ທີ່ປຶກສາສະມາຄົມນັກຂ່າວແຫ່ງປະເທດໄທ ນຳຂະນະກຳມະການບໍລິຫານງານສະມາຄົມປະກອບມີ ທ່ານ ປາລາເມດ ເຫລັກເພັດ ທີ່ປຶກສາສະມາຄົມ ແລະ ອະດີດປະທານສະມາຄົມ, ທ່ານ ມົງຄົນ ບາງປະພາ ປະທານສະມາຄົມນັກຂ່າວຫນັງສືພິມແຫ່ງປະເທດໄທ ແລະ ທ່ານ ທີລະໄນ ຈາລຸວັດ ຮອງປະທານຝ່າຍສິດທິເສລີພາບ ແລະ ການປະຕິຮູບສື່ມວນຊົນ ແລະ ຜູ້ອຳນວຍການສະມາຄົມສາກົນ ເຂົ້າພົບທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຳປະເທດໄທ ເພື່ອປຶກສາຫາລືຄວາມຮ່ວມມືລະຫວ່າງສະຖານທູດ ແລະ ສື່ມວນຊົນລາວ-ໄທ ໃນດ້ານການເຝິກອົບຮົມພັດທະນາທັກສະວິຊາຊີບການແລກປ່ຽນຢ້ຽມຢາມເພື່ອຮັດແໜ້ນສາຍພົວພັນ ແລະ ການນຳສະເໜີຂ່າວສານເພື່ອຄວາມເຂົ້າໃຈອັນດີລະຫວ່າງປະຊາຊົນທັງສອງປະເທດ.