ອິນໂດເນເຊຍທົດລອງໃຊ້ໄບໂອດີເຊລປະສົມນ້ຳມັນປາມ 40% ຫລຸດນຳເຂົ້າເຊື້ອໄຟ

ກະຊວງພະລັງງານອິນໂດເນເຊຍ ທົດລອງປະສິດທິພາບຂອງລົດຍົນຂັບເຄື່ອນດ້ວຍນ້ຳມັນໄບໂອດີເຊລ ທີ່ມີນ້ຳມັນປາມປະສົມຢູ່ 40% ຕັ້ງເປົ້າຫລຸດການນຳເຂົ້າເຊື້ອໄຟ ແລະ ຄາດຫວັງເຖິງຂໍ້ສະຫລຸບຂອງການນຳໄປໃຊ້ແບບສາທາລະນະໃນທ້າຍປີນີ້.
ວັນທີ 28 ກໍລະກົດ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ປັດຈຸບັນ ລັດຖະບານຈາກາຕາກຳນົດໃຫ້ນ້ຳມັນແອັດຊັງທີ່ຂາຍໃນປະເທດທັງໝົດ ຕ້ອງມີນ້ຳປາມປະສົມຢູ່ 30% ເຊິ່ງເປັນອັດຕາສ່ວນປະສົມບັງຄັບສູງສຸດໃນໂລກ.
ອິນໂດເນເຊຍ ເຊິ່ງເປັນຜູ້ຜະລິດນ້ຳມັນປາມລາຍໃຫຍ່ທີ່ສຸດຂອງໂລກ ມີແຜນໄລຍະຍາວໃນການເພີ່ມຄວາມເຂັ້ມຂຸ້ນຂອງນ້ຳມັນພືດໃນເຊື້ອໄຟສຳລັບທຸກຢ່າງ ນັບແຕ່ລົດຍົນໄປຈົນເຖິງເຮືອບິນ ເພື່ອຫລຸດການນຳເຂົ້າເຊື້ອໄຟ ໂດຍມີການບິນທົດລອງຄັ້ງທຳອິດດ້ວຍເຮືອບິນເຈັດ ທີ່ໃຊ້ເຊື້ອໄຟປະສົມນ້ຳມັນປາມໃນປີຜ່ານມາ ແລະ ໃນໄລຍະຜ່ານມາ, ເຈົ້າໜ້າທີ່ລັດຍັງຊຸກດັນອັດຕາສ່ວນປະສົມທີ່ສູງຂຶ້ນ ເພື່ອເປັນການລະບາຍນ້ຳມັນປາມສ່ວນເກີນໃນປະເທດ.
ທັງນີ້, ເຊື້ອໄຟທີ່ຈະມີການທົດລອງໃຊ້ໃນອີກບໍ່ເທົ່າໃດເດືອນຕໍ່ໜ້າ ຄືນ້ຳມັນແອັດຊັງປະສົມກົດໄຂມັນເມທິລເອສເຕີ (FAME) 40% ເອີ້ນວ່າ ບີ40 ແລະ ບີ30ດີ10 ເຊິ່ງເປັນນ້ຳມັນແອັດຊັງທີ່ມີເອັມເອເອັມອີ 30% ປະສົມກັບນ້ຳມັນກຣີນແອັດຊັງ 10% ທີ່ຜະລິດຈາກນ້ຳມັນປາມເຄິ່ງບໍລິສຸດ (ອາຣ໌ບີດີພີໂອ).
ເຖິງຢ່າງໃດກໍຕາມ, ຄວາມພະຍາຍາມທີ່ຈະເພີ່ມຄວາມເຂັ້ມຂຸ້ນຂອງເອັຟເອເອັມອີໃນນ້ຳມັນແອັດຊັງ ຕ້ອງຜະເຊີນສຽງຄັດຄ້ານຈາກຜູ້ໃຊ້ລົດຍົນຫລາຍຄົນທີ່ກ່າວຢ່າງບໍ່ພໍໃຈວ່າ: ການດຳເນີນງານແບບນັ້ນຕ້ອງມີການຈັດການ ແລະ ອຸປະກອນພິເສດ ເນື່ອງຈາກເຊື້ອໄຟມີລິດທຳລາຍທີ່ສາມາດກັດຊິລເຄື່ອງຈັກ ແລະ ວັດສະດຸປະເກັນ ແລະ ແຂງຕົວໃນອຸນຫະພູມທີ່ເຢັນໄດ້.
ທັງນີ້, ລັດຖະບານຈາກາຕາຄາດຄະເນວ່າຈະມີການໃຊ້ນ້ຳມັນໄບໂອດີເຊລຢ່າງໜ້ອຍ 10,15 ລ້ານກິໂລລິດໃນປີນີ້ ແລະ ນ້ຳມັນບີ40 ຈະເປັນຕົວເພີ່ມການໃຊ້ນ້ຳມັນໄບໂອດີເຊລໂດຍລວມໄດ້ເຖິງ 3,5 ລ້ານກິໂລລິດຕໍ່ປີ.

