ນະຄອນຫລວງ ມະນິລາ ປະເທດ ຟີລິບປິນ ລາຍງານ ຫລ້າສຸດ: ກ່ຽວກັບ ສະຖານະການ ແຜນດິນໄຫວ ຢູ່ ຟິລິບປິນ ໃນວັນທີ 27 ກໍລະກົດ 2022 ຜ່ານມາ, ມີຜູ້ເສຍຊີວິດ ຢ່າງໜ້ອຍ 4ຄົນ ແລະ ບາດເຈັບອີກ 60ຄົນ. ຂະນະທີ່ ເຮືອນປະຊາຊົນ ໄດ້ຮັບຄວາມເສຍຫາຍ ຫລາຍຫລັງ. ຈຸດສູນກາງ ແຜນດິນໄຫວ ຫ່າງຈາກ ເມືອງໂດໂລເຣສ ໄປທາງ ຕາເວັນອອກ ສ່ຽງໃຕ້ ປະມານ 11ກິໂລແມັດ ແລະ ຢູ່ເລິກພຽງ10 ກິໂລແມັດ. ສ່ວນອາຄານ 173 ແຫ່ງ ໄດ້ຮັບ ຄວາມເສຍຫາຍ ແລະ ມີລາຍງານ ດິນເຈື່ອນ 58ຈຸດ. ປັດຈຸບັນ ເຈົ້າໜ້າທີ່ ກູ້ໄພ ຟີລິບປິນ ເລັ່ງໃຫ້ການ ຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກເຫດການ ດັ່ງກ່າວ.