ຜິວຂາວໂດຍຢາຄຸມເຫັນຜົນແທ້ບໍ່ ?
ປະຈຸບັນກະແສຜິວຂາວໃສກຳລັງມາແຮງ ແມ່ຍິງເກືອບທຸກຄົນກໍຄົງຢາກມີຜິວຂາວ ຫລາຍໆຄົນສັນຫາສາລະພັດວິທີທີ່ຈະເຮັດໃຫ້ຜິວຂາວຂຶ້ນ ບໍ່ວ່າຈະອາໄສແພດໝໍ ທັງສັກ, ທັງກິນ ເພື່ອຢາກຈະຂາວຂຶ້ນ. ອີກໜຶ່ງວິທີທ່ີແມ່ຍິງຄິດວ່າຈະຊ່ວຍໃຫ້ຜິວຂາວຂຶ້ນແມ່ນການກິນຢາຄຸມກຳເນີດ ແລ້ວຄວາມເຊື່ອນີ້ໄດ້ຜົນແທ້ຫລືບໍ່ ?
ຢາເມັດຄຸມກຳເນີດຊະນິດລວມທີ່ເຮົາເຫັນຫລາຍໆຍີ່ຫໍ້ໃນທ້ອງຕະຫລາດ ຄືກັນຢູ່ບ່ອນວ່າຈະປະກອບໄປດ້ວຍຮໍໂມນ 2 ຊະນິດ ໄດ້ແກ່ : ຮໍໂມນເອສໂຕຣເຈັນ ແລະ ຮໍ ໂມນໂປຣເຈສຕິນ ເຊິ່ງໃຊ້ຫລັກການຄຸມກຳເນີດຄືໆກັນ ນັ້ນກໍແມ່ນປ້ອງກັນບໍ່ໃຫ້ໄຂ່ຕົກ ແລະ ເຮັດໃຫ້ເມືອກບໍລິເວນປາກມົດລູກໜຽວຂຸ້ນ ເຮັດໃຫ້ອະສຸຈິຜ່ານເຂົ້າປາກມົດລູກໄດ້ຍາກ.
ແລ້ວຢາຄຸມກຳເນີດຕາມທ້ອງຕະຫລາດທີ່ມີຫລວງຫລາຍມັນແຕກຕ່າງກັນບ່ອນໃດ ?
ແຕກຕ່າງກັນຢູ່ປະລິມານຂອງຢາກັບຊະນິດຂອງໂປຣເຈສຕິນ ດັ່ງນັ້ນບາງຄົນທີ່ກິນບາງຍີ່ຫໍ້ ແລ້ວມີຜົນຂ້າງຄຽງບາງຢ່າງ ຖ້າລອງປ່ຽນຍີ່ຫໍ້ ອາການທີ່ວ່າອາດຈະຫາຍໄປກໍໄດ້ ບາງຍີ່ຫໍ້ກິນແລ້ວນ້ຳໜັກຂຶ້ນ ບາງຍີ່ຫໍ້ກິນແລ້ວສິວຍຸບລົງ. ເນື່ອງຈາກຢາຄຸມກຳເນີດມີຫລາຍຢ່າງ ຫາກຮໍໂມນເອສໂຕຣເຈັນຫລາຍ ແນ່ນອນຈະເຮັດໃຫ້ຜິວເຄັ່ງຕຶງຂຶ້ນໄດ້, ແຕ່ໃນຂະນະດຽວກັນອາດເຮັດໃຫ້ເກີດຝ້າ ແລະ ມະເຮັງຕາມມາໄດ້ຄືກັນ.
ຢາຄຸມກຳເນີດທີ່ດີຕ້ອງມີຮໍໂມນເອສໂຕຣເຈັນ ແລະ ໂປຣເຈສຕິນດຸ່ນດ່ຽງກັນໃນອັດຕາສ່ວນທີ່ພໍດີ, ການໃຊ້ເອສໂຕຣເຈັນດ່ຽວໆກໍມີຜົນເຮັດໃຫ້ຜິວໜັງມົດລູກໜາຫລາຍ ເຮັດໃຫ້ໂອກາດສ່ຽງເປັນມະເຮັງທາງລະບົບສືບພັນ ລວມທັງສ່ຽງເປັນມະເຮັງເຕົ້ານົມສູງຂຶ້ນ. ສ່ວນໂປຣເຈສຕິນເປັນໂຕທີ່ເປັນແອນຕີ້ແອນໂຕຣເຈັນ ເຊິ່ງກິນເຂົ້າໄປຈະເກີດການສະສົມນ້ຳ, ບວມນ້ຳ ສັງເກດວ່າເວລາເປັນປະຈຳເດືອນຈະຮູ້ສຶກວ່າເຄັ່ງຕົນໂຕ, ໜ້າເອິກໃຫຍ່ຂຶ້ນ, ກະໂພກໃຫຍ່ຂຶ້ນ ເພາະວ່ານ້ຳສະສົມຈົນເຮັດໃຫ້ບວມ.
ສະນັ້ນ ຈະເວົ້າວ່າກິນຢາຄຸມແລ້ວຜິວເຄັ່ງຂຶ້ນກໍບໍ່ໄດ້ ຫລື ຈະບອກວ່າກິນຢາຄຸມແລ້ວປິ່ນປົວສິວກໍບໍ່ໄດ້ ກິນຢາຄຸມແລ້ວຈະເກີດຝ້າກໍບໍ່ໄດ້ ອັນນີ້ແລ້ວແຕ່ຊະນິດຂອງຢາຄຸມນຳ.

