25 ປີທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

(ເນື່ອງໃນໂອກາດ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ 23/7/1997-23/7/2022)
ໃນໂອກາດຄົບຮອບ 25 ປີທີ່ ສປປ ລາວເຂົ້າເປັນສະມາຊິກປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ. ນັບແຕ່ລາວ ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການໃນວັນທີ 23 ກໍລະກົດ 1997 ເປັນຕົ້ນມາ. ພວກເຮົາໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການສ້າງປະຊາຄົມອາຊຽນ ແລະ ໄດ້ກຽມຄວາມພ້ອມຂອງຕົນໄປພ້ອມໆກັນໃນທຸກດ້ານ.
ສຳລັບປີ 2022 ສປປ ລາວ ໄດ້ເຂົ້າຮ່ວມທຸກກອງປະຊຸມທີ່ໄດ້ຈັດຂຶ້ນຄື:
– ກອງປະຊຸມບັນດາລັດ ຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຂອງສະມາຄົມອາຊຽນ ແລະ 3 ປະເທດຄູ່ຮ່ວມ, ກອງປະຊຸມສົນທະນາລະຫວ່າງເຈົ້າໜ້າທີ່ປ້ອງກັນປະເທດເວທີປາໄສພາກພື້ນອາຊຽນແບບອອນລາຍ
– ການສົນທະນາແບບອອນລາຍພາຍໃຕ້ຫົວຂໍ້ ອາຊຽນ ກັບການຕໍ່ສູ້ຕ້ານພະຍາດລະບາດໂຄວິດ-19
– ສົນທະນາປຶກສາຫາລືກັບບັນດາຊ່ຽວຊານກ່ຽວກັບວັກຊິນປ້ອງກັນພະຍາດໂຄວິດ-19 ອາຊຽນ-ອີຢູ
– ກອງປະຊຸມຄະນະກຳມະການຮ່ວມມື ອາຊຽນ-ນັອກແວ ຄັ້ງທີ 6 ໃນຮູບແບບອອນລາຍ
– ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດເພື່ອສະເຫຼີມສະຫຼອງຄົບຮອບ 30 ປີການພົວພັນຮ່ວມມືອາຊຽນ-ຈີນ
– ກອງປະຊຸມຄັ້ງທີ 8 ຄະນະກຳມະການຮ່ວມມື ອາຊຽນ-ສ.ເກົາຫຼີ
– ອາຊຽນສ້າງສູນຄວາມປອດໄພທາງອິນເຕີເນັດໃໝ່ຢູ່ສິງກະໂປ
– ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຄະນະກຳມະການສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປອດອາວຸດນິວເຄລຍ
– ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ+3 ລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ,
– ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳອາຊຽນຄັ້ງທີ 25,
– ຈີນ-ອາຊຽນສ້າງຄູ່ຮ່ວມຊາຕາກຳແໜ້ນແຟ້ນກວ່າເກົ່າ
– ກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດອາຊຽນ 3 ຝ່າຍແບບເປີດກວ້າງຮ່ວມກັບລັດຖະມົນຕີຕ່າງປະເທດອັງກິດ
– ການສົນທະນາອອນລາຍພາຍໃຕ້ຫົວຂໍ້ ບັນດາໂອກາດທຸລະກິດ ແມັກຊິໂກ-ອາຊຽນ ເພື່ອສົ່ງເສີມການພົວພັນດ້ານການຄ້າ ແລະ ການລົງທຶນ
– ກອງປະຊຸມຜູ້ນຳອາຊຽນ ຮ່ວມກັນຊ່ວຍເຫຼືອ ສ.ເຊັກ ຜ່ານຜ່າວິກິດໂຄວິດ-19
– ກອງປະຊຸມເປີດກວ້າງ ແລະ ເພີ່ມທະວີບົດບາດການນຳພາຂອງເພດຍິງ
– ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ (ແບບທາງໄກ)
– ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດບັນດາປະເທດອາຊຽນຄັ້ງທີ 27
– ກອງປະຊຸມຫົວໜ້າກົມການຮົບກອງທັບອາຊຽນຄັ້ງທີ 11
– ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງອາຊຽນແບບທາງໄກ
– ການເຈລະຈາ ອາຊຽນ-ນູແວນເຊລັງ ຄັ້ງທີ 28 ແບບທາງໄກ.
ປັດຈຸບັນ, ອາຊຽນ ໄດ້ສ້າງສຳເລັດກັບ 6 ຄູ່ເຈລະຈາຄື: ເຂດການຄ້າເສລີ ອາຊຽນ-ຈີນ, ເຂດການຄ້າເສລີ ອາຊຽນ-ຍີ່ປຸ່ນ, ເຂດການຄ້າເສລີ ອາຊຽນ-ສ.ເກົາຫຼີ, ເຂດການຄ້າເສລີ ອາຊຽນ-ອິນເດຍ, ເຂດການຄ້າເສລີ ອາຊຽນ-ອົສຕຣາລີ, ເຂດການຄ້າເສລີ ອາຊຽນ-ນູແວນເຊລັງ. ຄຽງຄູ່ກັນນີ້, ສປປ ລາວ ກໍ່ໄດ້ກະກຽມພື້ນຖານໂຄງລ່າງ ເພື່ອຮອງຮັບການເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດພາກພື້ນເພື່ອສ້າງ ສປປ ລາວ ໃຫ້ເປັນປະເທດເຊື່ອມຕໍ່ (Land-linked) ຂອງພາກພື້ນເຊັ່ນ: ໄດ້ປັບປຸງ ແລະ ຍົກລະດັບເສັ້ນທາງຕ່າງໆ, ໄດ້ກໍານົດ 4 ສະໜາມບິນເປັນສະໜາມບິນອາຊຽນ, 5 ເສັ້ນທາງເປັນເສັ້ນທາງອາຊຽນ ແລະ ຫົວໜ່ວຍທຸລະກິດດ້ານການບໍລິການຂົນສົ່ງ, ໂຮງແຮມ, ຮ້ານອາຫານ ແລະ ບໍລິສັດທ່ອງທ່ຽວກໍເພີ່ມຂຶ້ນຢ່າງຫຼວງຫຼາຍ.
ທີ່ມາ: ໜັງສືພິມປະຊາຊົນ

