ທຳນຽບຂາວເຜີຍ ທ່ານ ໄບເດນ ຕິດໂຄວິດ ມີອາການເລັກໜ້ອຍຫລັງເດີນທາງກັບ ຈາກການຢ້ຽມຢາມຕາເວັນອອກກາງ

ຜູ້ນຳອາເມລິກາ ອາຍຸ 79 ປີ ຕິດເຊື້ອໂຄວິດ-19 ຫລ້າສຸດມີອາການພຽງເລັກໜ້ອຍ ຍັງເຮັດວຽກຕໍ່ໄດ້ໃນໄລຍະກັກຕົວ.
ໂຄສົກປະຈຳທຳນຽບຂາວອາເມລິກາ ອອກມາເປີດເຜີຍໃນວັນທີ 21 ກໍລະກົດວ່າ: ປະທານາທິບໍດີ ໂຈ ໄບເດນ ໄດ້ຮັບຜົນກວດເຊື້ອໂຄວິດ-19 ເປັນບວກ ຫລັງຈາກເດີນທາງກັບມາຈາກຊາອຸດິອາຣະບີໃນວັນທີ 17 ກໍລະກົດຜ່ານມາ.
ຕາມຖະແຫລງການລະບຸວ່າ: ກ່ອນໜ້ານີ້ ປະທານາທິບໍດີ ໄບເດນ ໄດ້ກວດເຊື້ອໂຄວິດ-19 ໃນວັນທີ 19 ກໍລະກົດ ໂດຍຜົນອອກມາເປັນລົບ ແລະ ເມື່ອຮູ້ຜົນຈາກການກວດໃນວັນທີ 21 ກໍລະກົດວ່າເປັນບວກ ກໍໄດ້ມີການແຈ້ງເຈົ້າໜ້າທີ່ປະຈຳທຳນຽບຂ່າວຜ່ານທາງໂທລະສັບ ແລະ ຈະຍັງປະຕິບັດງານຕາມປົກກະຕິຜ່ານໂທລະສັບ ແລະ ຊູມ (Zoom) ໃນໄລຍະກັກຕົວ.
ສຳລັບອາການຫລ້າສຸດນັ້ນ ທາງໂຄສົກເຜີຍວ່າ: ປະທານາທິບໍດີ ໄບເດນ ມີອາການເລັກໜ້ອຍ ແລະ ໄດ້ເລີ່ມຮັບປະທານຢາແພັກໂລວິດ (Paxlovid) ແລ້ວ. ຂະນະທີ່ ທ່ານ ນາງ ຈິລ ໄບເດນ ແມ່ຍິງໝາຍເລກ 1 ຂອງອາເມລິກາ ຍັງມີຜົນກວດເປັນລົບຢູ່.
ຜ່ານມາ, ປະທານາທິບໍດີ ໄບເດນ ອາຍຸ 79 ປີ ເຊິ່ງຖືວ່າເປັນປະທານາທິບໍດີອາເມລິກາທີ່ມີອາຍຸຫລາຍທີ່ສຸດໃນເວລາດຳລົງຕຳແໜ່ງ ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລ້ວທັງໝົດ 4 ເຂັມ, ເຂັມຫລ້າສຸດທີ່ສັກເປັນວັກຊີນຂອງໄຟເຊີ-ໄບໂອເອັນເທັກ ໃນເດືອນມີນາປີນີ້.
ອ້າງອີງ:

