7 ສິ່ງທີ່ຈະເກີດຂຶ້ນກັບຮ່າງກາຍຫລັງອາຍຸ 40.

ໃນໄລຍະທີ່ທ່ານມີອາຍຸກ້າວເຂົ້າຫລັກ 4 ທ່ານອາດຕ້ອງໄປຕັດແວ່ນຕາເພື່ອຊ່ວຍໃຫ້ອ່ານໜັງສືໄດ້ສະດວກຂຶ້ນ ແຕ່ນັ້ນເປັນພຽງແຕ່ຈຸດເລີ່ມຕົ້ນເທົ່ານັ້ນ ເພາະເມື່ອທ່ານເຂົ້າໃກ້ໄວທອງ ຮ່າງກາຍ ແລະ ຈິດໃຈກໍຈະມີການປ່ຽນແປງ ເຖິງວ່າທ່ານຈະບໍ່ໄດ້ຮູ້ສຶກຍິນດີກັບການປ່ຽນແປງດັ່ງກ່າວ ແຕ່ການຮູ້ວ່າມີສິ່ງໃດທີ່ທ່ານຕ້ອງພະເຊີນ ແລະ ຫາທາງຕັ້ງຮັບໄວ້ກ່ອນລ່ວງໜ້າ ກໍສາມາດຫລຸດຜ່ອນຄວາມຮູ້ສຶກບໍ່ສະບາຍໃຈໄດ້. ແນວໃດກໍຕາມ, ລອງມາເບິ່ງນຳກັນດີກ່ວາວ່າມີສິ່ງໃດທີ່ທ່ານອາດຕ້ອງປະສົບພົບພໍ້ຫລັງອາຍຸ 40 ປີ.

  1. ຂີ້ຫລົງຂີ້ລືມ : ຫາກທ່ານກາຍເປັນຄົນຫລົງໆລືມໆເມື່ອບໍ່ດົນມານີ້ ຫລື ຈື່ຕຳແໜ່ງສິ່ງຂອງທີ່ວາງໄວ້ບໍ່ໄດ້ ທ່ານກໍຢ່າຟ້າວສະຕິແຕກ ແລະ ຄິດວ່າເປັນພະຍາດອັລໄຊເມີໄລຍະທຳອິດ ເພາະອາການຫລົງລືມສາມາດເກີດຂຶ້ນໄດ້ກັບຄົນທີ່ເຂົ້າສູ່ໄລຍະໄວທອງ. ນອກຈາກນີ້, ການມີຊີວິດທີ່ວຸ້ນວາຍກໍສາມາດເຮັດໃຫ້ທ່ານຫລົງລືມໄດ້ຄືກັນ.
  • ວິທີແກ້ບັນຫາ : ຖ້າທ່ານຮູ້ສຶກບໍ່ສະບາຍໃຈ ການໄປພົບແພດກໍເປັນວິທີທີ່ດີ.
  1. ຍ່ຽວຢອດ : ການຖືພາ, ການເກີດລູກ ແລະ ໄວທອງສາມາດເຮັດໃຫ້ພົກຍ່ຽວສູນເສຍການຄວບຄຸມ. ນອກຈາກນີ້, ມີແມ່ຍິງອາຍຸ 40 ປີ ປະມານ 40% ທີ່ມີອາການຍ່ຽວຢອດແບບກະທັນຫັນພ້ອມກັບຍ່ຽວເຫ່ຍເປັນບາງຄັ້ງຄາວ ເຊິ່ງເກີດໃນຂະນະໄອ-ຈາມ ຫລື ຫົວແຮງໆ.
  • ວິທີແກ້ບັນຫາ : ການອອກກຳລັງກາຍສາມາດຊ່ວຍໄດ້ ໂດຍສະເພາະການອອກກຳລັງກາຍທີ່ເອີ້ນວ່າ Kegel Exercises.
  1. ຜົມເລີ່ມຫລົ່ນ : ຈຳນວນເສັ້ນຜົມຂອງເຮົາຈະມີຄວາມປ່ຽນແປງຕະຫລອດໄລຍະຊີວິດ ໃນໄລຍະຖືພາ ເສັ້ນຜົມຂອງແມ່ຍິງຈະໜາ ແລະ ມີສຸຂະພາບດີ ແຕ່ຫລັງຈາກເກີດລູກແລ້ວ ເສັ້ນຜົມກໍອາດຈະຫລຸດຫລົ່ນ ແລະ ເມື່ອເຂົ້າໃກ້ໄວທອງ ການປ່ຽນແປງຂອງຮໍໂມນກໍສາມາດເຮັດໃຫ້ຜົມຫລົ່ນໄດ້ຄືກັນ.
  • ວິທີແກ້ບັນຫາ : ມີຜະລິດຕະພັນສຳລັບຄົນຜົມບາງຂາຍເປັນຈຳນວນຫລາຍ ເຊິ່ງສາມາດຊ່ວຍໃຫ້ຜົມມີນຳ້ໜັກຫລາຍຂຶ້ນ,​ ແຕ່ຖ້າຜົມຫລົ່ນຫລາຍຈົນໜ້າຕົກໃຈ ການໄປພົບແພດຜິວໜັງທີ່ສາມາດຈ່າຍຢາທີ່ຊ່ວຍກະຕຸ້ນການປົ່ງຂອງເສັ້ນຜົມໄດ້ກໍເປັນອີກທາງເລືອກທີ່ດີ.
  1. ມີຂົນຢູ່ໃບໜ້າ : ເມື່ອແມ່ຍິງອາຍຸຫລາຍຂຶ້ນ ລະດັບຂອງຮໍໂມນເອສໂຕຣເຈັນກໍຈະຫລຸດລົງ ໃນຂະນະທີ່ຮໍໂມນເທສໂຕສເຕີໂຣນເພີ່ມຂຶ້ນ ເຊິ່ງມັນສາມາດເຮັດໃຫ້ຂົນປົ່ງຂຶ້ນຕາມໃບໜ້າ, ຄາງ, ຂໍ້ນິ້ວມື ແລະ ນິ້ວຕີນ.
  • ວິທີແກ້ບັນຫາ : ຫລົກຂົນ, ແຖຂົນ, ຟອກສີຂົນ, ແວັກຂົນ, ໃຊ້ເລເຊີກຳຈັດຂົນ, ອີເລັກໂຕຣລິຊິສ ແລະ ຄຣີມຊ່ວຍກຳຈັດຂົນ.
  1. ອອກຮ້ອນຕົນໂຕ : ມີແມ່ຍິງຫລາຍເຖິງ 80% ທີ່ປະສົບກັບອາການອອກຮ້ອນຕົນໂຕໃນໄລຍະເປັນໄວທອງ ແລະ ມີນັກວິໄຈພົບວ່າແມ່ຍິງບາງຄົນມີອາການດັ່ງກ່າວເກີດຂຶ້ນຍາວນານ 7 – 11 ປີ.
  • ວິທີແກ້ບັນຫາ : ໃຊ້ວິທີຮໍໂມນບຳບັດ ແລະ ຢາທີ່ບໍ່ມີຮໍໂມນ ເຊັ່ນ : ຢາປິ່ນປົວອາການຊຶມເສົ້າ ຫາກອາການຢູ່ໃນລະດັບຄ່ອຍໄປຈົນເຖິງປານກາງ ທ່ານອາດຫລຸດຜ່ອນອາການໂດຍນຸ່ງເຄື່ອງທີ່ລະບາຍອາກາດໄດ້ດີ.
  1. ສະມັດຕະພາບທາງເພດເສື່ອມ ຫລື ມີບັນຫາ : ມີຫລາຍເຫດຜົນທີ່ເຮັດໃຫ້ສະມັດຕະພາບທາງເພດຂອງທ່ານມີບັນຫາໃນໄລຍະໄວທອງ, ແຕ່ໂຕການສຳຄັນກໍແມ່ນການມີຊ່ອງຄອດແຫ້ງ ໂດຍເມື່ອເຮົາອາຍຸຫລາຍຂຶ້ນ ຮໍໂມນເອສໂຕຣເຈັນກໍຈະຫລຸດລົງ ສົ່ງຜົນໃຫ້ຊ່ອງຄອດແຫ້ງ ແລະ ສາມາດເຮັດໃຫ້ເກີດຄວາມຮູ້ສຶກເຈັບຂະນະມີເພດສຳພັນ ລວມເຖິງເຮັດໃຫ້ບໍ່ມີອາລົມທາງເພດ.
  • ວິທີແກ້ບັນຫາ : ຫາກບັນຫາບໍ່ໄດ້ຮຸນແຮງ ທ່ານອາດໃຊ້ສານລໍ່ລື້ນສາຊ່ວຍ ຫລື ທ່ານອາດໄປພົບແພດ. ນອກຈາກນີ້, ການສື່ສານກັບຄົນຮັກກໍອາດຊ່ວຍຫລຸດຜ່ອນອາການ ໂດຍສະເພາະການໃຫ້ອີກຝ່າຍກະຕຸ້ນກ່ອນເລີ່ມມີເພດສຳພັນ.
  1. ບໍ່ມີອາລົມທາງເພດ : ການມີບັນຫາເລື່ອງເພດສຳພັນໃນໄລຍະໄວກາງຄົນຖືເປັນເລື່ອງປົກກະຕິ ແລະ ການຮູ້ສຶກເຈັບໃນລະຫ່ວາງທີ່ມີເພດສຳພັນບໍ່ໄດ້ເປັນພຽງເຫດຜົນດຽວທີ່ເຮັດໃຫ້ແມ່ຍິງເບື່ອການມີເພດສຳພັນເມື່ອອາຍຸຫລາຍຂຶ້ນ ເພາະຄວາມເຄັ່ງຄຽດ ຫລື ການກິນຢາປິ່ນປົວພະຍາດຊຶມເສົ້າ ດັ່ງ ໂປຣແຊັກ ແລະ ໂຊລອບ ສາມາດເຮັດໃຫ້ແມ່ຍິງບໍ່ມີອາລົມທາງເພດໄດ້ຄືກັນ.
  • ວິທີແກ້ບັນຫາ : ໄປພົບແພດເພື່ອໃຫ້ໝັ້ນໃຈວ່າອາການເບື່ອເພດສຳພັນບໍ່ໄດ້ເປັນສັນຍານເຕືອນຈາກບັນຫາສຸຂະພາບອື່ນໆ ເຊັ່ນ : ການມີຮໍໂມນໄທຣອຍບໍ່ດຸ່ນດ່ຽງ ຫລື ການເປັນພະຍາດຫົວໃຈ. ນອກຈາກນີ້, ທ່ານອາດລອງໃຊ້ເຊັກທອຍ (ອຸປະກອນຊ່ວຍເຂົ້າໃນການມີເພດສຳພັນ) ມາຊ່ວຍກະຕຸ້ນຮ່າງກາຍ ເຊິ່ງມັນບໍ່ພຽງແຕ່ເຮັດໃຫ້ເພດສຳພັນຂອງທ່ານຕື່ນເຕັ້ນ ແລະ ເຮັດໃຫ້ມີອາລົມຫລາຍຂຶ້ນເທົ່ານັ້ນ ແຕ່ມັນຍັງຊ່ວຍຫລຸດຄວາມເຄັ່ງຄຽດໄດ້ນຳ.
  • ເມື່ອເວລາຜ່ານໄປ ການປ່ຽນແປງຂອງຮ່າງກາຍ ແລະ ຈິດໃຈຖືເປັນເລື່ອງປົກກະຕິ ເຖິງວ່າເຮົາຈະບໍ່ສາມາດຂັດຂວາງຄວາມຈິງຂໍ້ນີ້ໄດ້ ແຕ່ການຍອມຮັບ ແລະ ຫາວິທີຮັບມືໃຫ້ເໝາະສົມກໍພໍຈະຊ່ວຍຫລຸດຜ່ອນອາການຕ່າງໆໄດ້ ຫາກມີຄວາມຜິດປົກກະຕິໃດໆເກີດຂຶ້ນໃນໄລຍະນີ້ ທ່ານກໍຢ່າຢ້ານທີ່ຈະໄປພົບແພດ.