ອົດສະຕຣາລີແນະນຳປະຊາຊົນໃສ່ຜ້າປິດປາກ ຂໍພາກທຸລະກິດໃຫ້ພະນັກງານເຮັດວຽກຢູ່ເຮືອນ ຫລັງໂອມິຄຣອນກັບມາລະບາດໜັກ

ອົດສະຕຣາລີຂໍໃຫ້ປະຊາຊົນກັບມາໃສ່ຜ້າປິດປາກ, ເລັ່ງສັກວັກຊີນເຂັມກະຕຸ້ນ, ແນະນຳຂະແໜງທຸລະກິດໃຫ້ພະນັກງານເຮັດວຽກຢູ່ເຮືອນອີກເທື່ອໜຶ່ງ ຫລັງໂຄວິດ-19 ສາຍພັນໂອມິຄຣອນກັບມາລະບາດໜັກ ເຮັດໃຫ້ຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງຈົນຕຽງໃນໂຮງໝໍເລີ່ມວິກິດ.

ອົດສະຕຣາລີກຳລັງຜະເຊີນການລະບາດຂອງໂຄວິດ-19 ຮອບ 3 ຈາກໄວຣັສໂອມິຄຣອນ ສາຍພັນຍ່ອຍ BA.4 ແລະ BA.5 ເຊິ່ງສາມາດກະຈາຍເຊື້ອໄດ້ໄວຂຶ້ນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທີ່ຕ້ອງຮັບການປິ່ນປົວໃນໂຮງໝໍໃກ້ເຖິງລະດັບສູງສຸດເປັນປະຫວັດສາດ ຫລັງຈາກພົບຜູ້ຕິດເຊື້ອໃໝ່ເພີ່ມ 30.000 ກວ່າຄົນຕໍ່ວັນ ໃນໄລຍະ 7 ວັນຜ່ານມາ.

ຫລ້າສຸດ, ທາງການອົດສະຕຣາລີອອກມາເປີດເຜີຍໃນວັນທີ 20 ກໍລະກົດວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ສູງເຖິງ 53.850 ຄົນໃນວັນດຽວ ເຊິ່ງເປັນຕົວເລກສູງສຸດເປັນປະຫວັດສາດໃນຮອບສອງເດືອນ. ຂະນະເຈົ້າໜ້າທີ່ຍັງເຕືອນວ່າ: ຈຳນວນຜູ້ຕິດເຊື້ອຕົວຈິງອາດສູງກວ່າຕົວເລກທີ່ລາຍງານຈາກທາງການຫລາຍ ສົ່ງຜົນໃຫ້ລັດຖະບານຕັດສິນໃຈອອກຄຳແນະນຳໃຫ້ປະຊາຊົນກັບມາໃສ່ຜ້າປິດປາກຢ່າງເຄັ່ງຂັດ ແລະ ເຂົ້າຮັບການສັກວັກຊີນເຂັມກະຕຸ້ນຢ່າງຮີບດ່ວນ. ພ້ອມຮຽກຮ້ອງໄປຫາຂະແໜງທຸລະກິດໃຫ້ອະນຸຍາດໃຫ້ພະນັກງານກັບມາເຮັດວຽກຢູ່ເຮືອນອີກ.

ຄຳແນະນຳດັ່ງກ່າວມີຂຶ້ນທ່າມກາງຄຳເຕືອນຈາກເຈົ້າໜ້າທີ່ສາທາລະນະສຸກກັງວົນວ່າ: ຄວາມຊັກຊ້າໃນການສັກວັກຊີນໃຫ້ປະຊາຊົນຂອງອົດສະຕຣາລີອາດເຮັດໃຫ້ການລະບາດຮອບນີ້ມີຄວາມຮຸນແຮງຂຶ້ນອີກ ໂດຍຈາກຂໍ້ມູນທາງການພົບວ່າ: ເຖິງວ່າປັດຈຸບັນຈະມີຊາວອົດສະຕຣາລີທີ່ມີອາຍຸ 16 ປີຂຶ້ນໄປໄດ້ຮັບວັກຊີນຄົບ 2 ເຂັມແລ້ວ 95%, ແຕ່ມີພຽງ 71% ເທົ່ານັ້ນທີ່ສັກວັກຊີນເຂັມກະຕຸ້ນແລ້ວ.

ນອກຈາກນີ້, ນາຍົກລັດຖະມົນຕີ ແອນໂທນີ ອັລບານີສ ກຳລັງຜະເຊີນກະແສກົດດັນໃຫ້ຫວນກັບມາໃຊ້ມາດຕະການສະກັດການລະບາດຢ່າງເຂັ້ມງວດ ເຊິ່ງລວມທັງການບັງຄັບໃຫ້ປະຊາຊົນໃສ່ຜ້າປິດປາກຢ່າງເຄັ່ງຂັດ, ແຕ່ທ່ານຍັງບໍ່ເຫັນພ້ອມຈະຕ້ອງໃຊ້ມາດຕະການແບບນັ້ນໃນຕອນນີ້.

ທ່ານ ອັລບານີສ ກ່າວອີກວ່າ: ໃນຂະແໜງທຸລະກິດຄວນຕ້ອງມີການຫາຂໍ້ຕົກລົງຮ່ວມກັບພະນັກງານໃນເລື່ອງການເຮັດວຽກຢູ່ເຮືອນ. ຂະນະທີ່ສະຫະພາບແຮງງານເລີ່ມອອກມາກົດດັນໃຫ້ຫົວໜ້າມີຄວາມຮັບຜິດຊອບຕໍ່ພະນັກງານເພີ່ມຂຶ້ນ.

ອ້າງອີງ:

https://www.reuters.com/…/australians-urged-work-home…/

https://www.channelnewsasia.com/…/australia-work-home…