ສະພາການຄ້າຈີນປະຈຳລາວມອບເງິນຊ່ວຍເຫລືອຜູ້ປະສົບໄພຈາກເຫດໄຟໄໝ້ສູນການຄ້າສາກົນຊັ່ງຈຽງ

ໃນວັນທີ 15 ສິງຫານີ້, ທ່ານ ຟ້ານ ກວ່າງຢີ ເລຂາທິການສະພາການຄ້າແຫ່ງ ສປຈີນ ປະຈຳລາວ, ໄດ້ນຳເງິນຈຳນວນ 300 ກວ່າລ້ານກີບທີ່ໄດ້ຈາກ ລະດົມນໍາພາກສ່ວນນັກທຸລະກິດຈີນ ແລະ ສະພາການຄ້າຈີນປະຈຳລາວ ໄປມອບໃຫ້ຜູ້ປະສົບໄພຈາກເຫດການໄຟໄໝ້ສູນການຄ້າສາກົນຊັ່ງຈຽງຢູ່ນະຄອນຫລວງວຽງຈັນໃນຄັ້ງວັນທີ 14 ກໍລະກົດຜ່ານມາ.
ທ່ານ ຟ້ານ ກວ່າງຢີ ກ່າວວ່າ: ເງິນຈຳນວນດັ່ງກ່າວແມ່ນສະພາການຄ້າຈີນ ປະຈຳລາວໄດ້ຮວບຮວມຈາກການຊ່ວຍເຫລືອຂອງບັນດານັກທຸລະກິດຈີນຢູ່ລາວ ແລະ ພະນັກງານຈາກສະພາການຄ້າຈີນປະຈຳລາວ ເພື່ອຊ່ວຍແບ່ງເບົາຄວາມເສຍຫາຍຂອງຜູ້ປະສົບເຫດໄຟໄໝ້ດັ່ງກ່າວໃນເບື້ອງຕົ້ນ, ຊຶ່ງມີຈຳນວນ 175 ຮ້ານ ແລະ ສະພາການຄ້າຈີນປະຈຳລາວຍັງຈະສືບຕໍ່ລະດົມຈາກບັນດາຫົວໜ່ວຍທຸລະກິດຈາກຈີນເພື່ອໃຫ້ການຊ່ວຍເຫລືອເພີ່ມຕື່ມອີກ.
ແລະເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ໄດ້ເປີດເຜີຍຄັ້ງລ້າສຸດໃຫ້ຮູ້ວ່າ: ການສືບສວນ-ສອບສວນຫາສາເຫດໄຟໄໝ້ສູນການຄ້າສາກົນຊັ່ງຈຽງແມ່ນຄວາມຄືບໜ້າກວ່າ 80%, ພາຍຫລັງໄດ້ລົງເກັບກຳຂໍ້ມູນຫລັກຖານທາງນິຕິວິທະຍາ, ເກັບກຳຂໍ້ມູນຈາກກ້ອງວົງຈອນປິດຢູ່ຈຸດເກີດເຫດ ແລະ ການສືບສວນ-ສອບສວນບຸກຄົນທີ່ຢູ່ໃນເຫດການ, ຊຶ່ງຄາດວ່າຈະແມ່ນໄຟຟ້າລັດວົງຈອນ ແລະ ປັດຈຸບັນໄດ້ສະຫລຸບສຳນວນຄະດີໃຫ້ກົມຕຳຫລວດສືບສວນ-ສອບສວນກະຊວງປ້ອງກັນຄວາມສະຫງົບເພື່ອກຽມຖະແຫລງຂ່າວໃຫ້ມວນຊົນໄດ້ຮັບຊາບສາເຫດການເກີດໄຟໄໝ້ທີ່ແທ້ຈິງໃນໄວໆນີ້.

