ສື່ຢືນຢັນ ເລວານດອບສະກີ ກຽມເປີດຕົວກັບ ບາເຊໂລນາ

ຟາບຣີຊີໂອ ໂຣມາໂນ ນັກຂ່າວຊື່ດັງຢືນຢັນວ່າ ບາເຊໂລນາ ພວມຈະໄດ້ ໂຣເບີດ ເລວານດອບສະກີ ກອງຫນ້າທີມຊາດໂປແລນຂອງ ບາເຢິນ ມິວນິກ ໂດຍ ຮັບຂໍ້ສະເຫນີ 50 ລ້ານຢູໂຣແລ້ວ ໂດຍແບ່ງຈ່າຍກ້ອນທຳອິດທີ່ 45 ລ້ານຢູໂຣ ແລະ ໂບນັສອີກ 5 ລ້ານຢູໂຣ ໂດຍຄາດວ່າຈະເຊັນສັນຍາເປັນເວລາ 4 ປີ.
ສຳລັບ ເລວານດອບສະກີ ອາຍຸ 33 ປີ ທີ່ຍິງໃຫ້ ບາເຢິນ ມິວນິກ ໄປທັງຫມົດ 344 ປະຕູ ຈາກການລົງຫລິນ 375 ນັດ ລວມທຸກລາຍການ ສະແດງຄວາມຈະແຈ້ງມາຕະຫລອດວ່າຕ້ອງການຍ້າຍມາຮ່ວມທີມບາເຊໂລນາ ເຖິງວ່າຈະມີຂ່າວໄດ້ຮັບຄວາມສົນໃຈຈາກເຊລຊີ ແລະ ປາຣີສ ແຊັງ ແຊັງແມັງ ກໍຕາມ.

