ນິໄສທີ່ບໍ່ດີຂອງລູກ ມັກເລີ່ມຕົ້ນຈາກພໍ່ແມ່.

ຫລາຍໆບັນຫາທີ່ເກີດຂຶ້ນລະຫ່ວາງພໍ່ແມ່ກັບລູກ ບາງເທື່ອພໍ່ແມ່ອາດຈະຫລົງລືມໄປກັບຄວາມລຶ້ງເຄີຍທີ່ປະຕິບັດຕໍ່ລູກ ຍ້ອນຄິດວ່ານັ້ນແມ່ນຄວາມຮັກຄວາມຫວັງດີ ຈົນເມື່ອເກີດບັນຫາ ພໍ່ແມ່ຊຳ້ພັດຖືເບົາພຶດຕິກຳເຫລົ່ານັ້ນໄປ, ແຕ່ບໍ່ເປັນຫຍັງ ທຸກຢ່າງສາມາດແກ້ໄຂໄດ້ ແລະ ມື້ນີ້ພວກເຮົາມີບາງພຶດຕິກຳຂອງພໍ່ແມ່ທີ່ສົ່ງຜົນໃຫ້ລູກມີນິໄສບໍ່ດີໄປນຳ ດັ່ງນີ້ :
- ຂີ້ຢ້ານ ຫລື ບໍ່ກ້າ : ອາດເປັນຍ້ອນພໍ່ແມ່ຄອຍແຕ່ປົກປ້ອງລູກຫລາຍເກີນໄປ.
- ນອນເດິກຕື່ນສວາຍ ໂດຍສະເພາະມື້ທີ່ຕ້ອງໄປໂຮງຮຽນ : ອາດເປັນຍ້ອນພໍ່ແມ່ຖືເບົາເລື່ອງໜ້າທີ່ ແລະ ຄວາມຮັບຜິດຊອບ.
- ບໍ່ມີລະບຽບວິໄນ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ຝຶກຝົນລູກຕັ້ງແຕ່ຍັງນ້ອຍ.
- ບໍ່ມີມາລະຍາດ : ອາດເປັນຍ້ອນເຫັນໂຕຢ່າງທີ່ບໍ່ດີ ແລະ ຂາດການອົບຮົມ.
- ມັກເວົ້າຕົວະ : ອາດເປັນຍ້ອນພໍ່ແມ່ຮ້າຍດ່າໂດຍບໍ່ຟັງລູກເວົ້າກ່ອນ.
- ຈະເຮັດຫຍັງຕ້ອງມີຂໍ້ແລກປ່ຽນ : ອາດເປັນຍ້ອນພໍ່ແມ່ມັກເປັນຜູ້ສະເໜີລາງວັນ ຫລື ຄຳຍ້ອງຍໍຊົມເຊີຍໃຫ້ແກ່ລູກກ່ອນ.
- ບໍ່ມີນຳ້ໃຈ ຫວງສິ່ງຂອງ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ເປັນໂຕຢ່າງທີ່ດີຂອງການໃຫ້.
- ຖາມແລ້ວບໍ່ຕອບ ບໍ່ມັກເວົ້າ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ໃຫ້ຄວາມໃກ້ຊິດ ຫລື ໂອ້ລົມກັບລູກໜ້ອຍເກີນໄປ.
- ມັກຖຽງ : ອາດເປັນຍ້ອນພໍ່ແມ່ບໍ່ເຄີຍຮັບຟັງຄວາມຄິດຄວາມເຫັນຂອງລູກ ຫລື ບໍ່ມີເຫດຜົນກັບລູກ.
- ເອົາແຕ່ໃຈ : ອາດເປັນຍ້ອນພໍ່ແມ່ຕາມໃຈລູກຫລາຍເກີນໄປ.
- ຮັບປາກແລ້ວບໍ່ເຮັດ : ອາດເປັນຍ້ອນພໍ່ແມ່ມັກຈະຄາດຄັ້ນ ຫລື ບີບເອົາຄຳຕອບຈາກລູກ ໂດຍທີ່ລູກຍັງບໍ່ພ້ອມ.
- ບໍ່ເຫັນອົກເຫັນໃຈຜູ້ອື່ນ : ອາດເປັນຍ້ອນພໍ່ແມ່ບໍ່ເຄີຍສົນໃຈຄວາມຮູ້ສຶກຂອງລູກ.
- ເວົ້າຈາບໍ່ສຸພາບ ຫລື ເວົ້າບໍ່ມ່ວນຫູ : ອາດເປັນຍ້ອນພໍ່ແມ່ບໍ່ລະມັດລະວັງຄຳເວົ້າ.
- ຂີ້ລັກ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ເຫັນຄວາມສຳຄັນຂອງຄວາມພໍພຽງ ຫລື ພໍໃຈໃນສິ່ງທີ່ມີ.
- ຂີ້ອາຍ ບໍ່ໝັ້ນໃຈ : ອາດເປັນຍ້ອນພໍ່ແມ່ບໍ່ເຄີຍສະແດງອອກວ່າເຊື່ອໝັ້ນໃນໂຕລູກ.
- ກິນແຕ່ເຂົ້າໜົມ ບໍ່ຍອມກິນເຂົ້າ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ຕັ້ງກົດກະຕິກາໄວ້ຕັ້ງແຕ່ທຳອິດ.
- ຂີ້ອິດສາ : ອາດເປັນຍ້ອນພໍ່ແມ່ມັກປຽບທຽບ.
- ໃຈຮ້ອນ ໂວຍວາຍງ່າຍ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ສອນໃຫ້ລູກຮູ້ຈັກການລໍຄອຍ.
- ບໍ່ຍອມເຮັດຫຍັງດ້ວຍຕົນເອງ : ອາດເປັນຍ້ອນພໍ່ແມ່ມັກຈະເອົາສິ່ງທີ່ລູກຕ້ອງເຮັດມາເຮັດເອງ.
- ມັກໃຊ້ຄວາມຮຸນແຮງ : ອາດເປັນຍ້ອນພໍ່ແມ່ມັກໃຊ້ຄວາມຮຸນແຮງໃນການຕັດສິນບັນຫາ.
- ມັກຂົ່ມເຫງຜູ້ອື່ນ : ອາດເປັນຍ້ອນພໍ່ແມ່ມັກລົງໂທດລູກດ້ວຍວິທີການຮຸນແຮງ.
- ມັກເກັບໂຕ ບໍ່ມັກເວົ້າກັບຄົນອື່ນ : ອາດເປັນຍ້ອນພໍ່ແມ່ໃຊ້ໂທລະສັບລ້ຽງລູກແທນ.

