ຄະນະພົວພັນຕ່າງປະເທດສູນກາງພັກເປີດບັ້ນແຂ່ງຂັນ 5 ເປັນເຈົ້າ

ວັນທີ 15 ສິງຫານີ້, ສະຫະພັນກຳມະບານຄະນະພົວພັນຕ່າງປະເທດ ສູນກາງພັກໄດ້ຈັດພິທີເປີດບັ້ນແຂ່ງຂັນ 5 ເປັນເຈົ້າ, ໂດຍມີທ່ານ ບຸນຍອງ ບຸດທະວົງ ປະທານສະຫະພັນກຳມະບານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຜູ້ຕາງໜ້າຈາກສູນກາງສະຫະ ພັນກຳມະບານລາວ, ພ້ອມດ້ວຍສະມາຊິກກຳມະບານພາຍໃນຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ບຸນຍອງ ບຸດທະວົງ ໄດ້ຂຶ້ນຜ່ານບົດສະຫລຸບການເຄື່ອນໄຫວຂອງສະຫະພັນກຳມະບານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໃນໄລຍະ 2 ປີຜ່ານມາ, ພາຍຫລັງທີ່ອົງຄະນະພັກ ຄຕພ ໄດ້ແຍກເປັນເອກະລາດຈາກກະຊວງການຕ່າງປະເທດ, ເຊິ່ງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ ຄຕພ, ນຳພາເຄື່ອນໄຫວວຽກງານຕາມພາລະບົດບາດໃນຂອບເຂດສິດໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ມີຄວາມຮັບຜິດຊອບສູງ, ສາມາດຍາດໄດ້ຜົນງານ ແລະ ມີຜົນສຳເລັດດ້ວຍດີຕະຫລອດມາ, ໄດ້ມີການປັບປຸງວຽກງານການຈັດຕັ້ງ ແລະ ຂະຫຍາຍສະມາຊິກກຳມະບານ ຄຕພ ໄດ້ເປັນຢ່າງດີ. ສຳລັບທິດທາງແຜນການໃນຕໍ່ໜ້າສະຫະພັນກຳມະບານ ຄຕພ ໄດ້ວາງຄາດໝາຍສູ້ຊົນ ເພື່ອຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າທີ່ສູນກາງສະຫະພັນກຳມະບານລາວວາງອອກໃຫ້ປະກົດຜົນເປັນຈິງ.
ໂອກາດດັ່ງກ່າວ, ທ່ານນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອລົມຕໍ່ສະມາຊິກກຳມະບານ ຄຕພ ໂດຍຍົກໃຫ້ເຫັນເຖິງສິດ ແລະ ໜ້າທີ່ຂອງກຳມະບານ ເພື່ອໃຫ້ສະມາຊິກກຳມະບານພາຍໃນ ຄຕພ ເຂົ້າໃຈກ່ຽວກັບວຽກງານກຳມະບານ ເປັນຕົ້ນກ່ຽວກັບຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວວາງອອກ, ພ້ອມທັງເນັ້ນໃຫ້ສືບຕໍ່ຄົ້ນຄວ້າ, ກຳແໜ້ນຕໍ່ບັນດາເນື້ອໃນເອກະສານກ່ຽວກັບຂໍ້ແຂ່ງຂັນ 5 ເປັນເຈົ້າຢ່າງເລິກເຊິ່ງເຖິງຖອງ, ສ້າງຄວາມສາມັກຄີເປັນເອກະພາບ ເພື່ອພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວໃຫ້ໄດ້ໃນລະດັບ 80% ຂຶ້ນໄປເວົ້າລວມ ເວົ້າສະເພາະສະມາຊິກກຳມະບານທີ່ເປັນພະນັກງານວິຊາການຈະໄດ້ເພີ່ມທະວີ ຄວາມເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງ ແລະ ກົດໝາຍຂອງລັດ ກໍຄືໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບໃຫ້ສູງ ເພື່ອເຮັດໃຫ້ການເປີດຂະບວນການແຂ່ງຂັນໃນຄັ້ງນີ້ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

