ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດອີຕາລີເຂົ້າຢ້ຽມອຳລາ

ວັນທີ 13 ກໍລະກົດ 2022, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ລໍເຣັນໂຊ ກາລັງຕີ (Lorenzo Galanti), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອີຕາລີ ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ ໃນໂອ ກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາວູງ ຕໍ່ຜົນສຳເລັດຂອງທ່ານທູດ ຕະຫລອດໄລຍະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອີຕາລີ ປະຈຳ ສປປ ລາວ, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ຄວາມພະຍາຍາມ ໃນການເຄື່ອນໄຫວຂອງທ່ານທູດໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍດີຂຶ້ນເລື້ອຍໆ.
ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງມາຍັງ ລັດຖະ ບານ ແລະ ປະຊາຊົນ ອີຕາລີ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເປັນຕົ້ນແມ່ນ ການຊ່ວຍເຫລືອໂຄງການປະຕິສັງຂອນມໍລະດົກໂລກ ວັດພູຈຳປາສັກ ແລະ ມໍລະດົກໂລກ ຫລວງພະບາງ ແລະ ໂຄງການສູນຊີວະນາໆພັນທີ່ແຂວງບໍລິຄໍາໄຊ. ທ່ານຮອງນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານທູດ ລໍເຣັນໂຊ ກາລັງຕີ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນໃຫມ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.
ທ່ານທູດ ລໍເຣັນໂຊ ກາລັງຕີ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະ ດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າທີ່ການ ທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ.
ພ້ອມດຽວກັນນີ້, ທ່ານທູດ ລໍເຣັນໂຊ ກາລັງຕີ ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະ ເທດ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການຍົກລະດັບຂຶ້ນສູ່ບາດກ້າວອັນໃຫມ່.

