ສະຫະພັນບານເຕະອິນໂດນີເຊຍ ກຽມຟ້ອງ AFF ເຫດ ໄທ-ຫວຽດນາມ ຫລິ້ນບໍ່ເຕັມຮ້ອຍ

ສະຫະພັນບານເຕະອິນໂດນີເຊຍ ກຽມຍື່ນຟ້ອງຕໍ່ສະຫະພັນບານເຕະອາຊຽນ (AFF) ຫລັງມີກໍລະນີ ອ້າງວ່າ ໄທ-ຫວຽດນາມ ຫລິ້ນບ່ເຕັມຮ້ອຍເປີເຊັນ.
ຄວາມເຄື່ອນໄຫວການແຂ່ງຂັນບານເຕະຊີງແຊ໊ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ຫລັງຈາກໄດ້ 2 ທີມທຳອິດຜ່ານເຂົ້າສູ່ຮອບຮອງ ຊະນະເລີດໄປແລ້ວຢ່າງ ຫວຽດນາມ ແລະ ໄທ ໃນຖານະແຊ໊ມ ແລະ ຮອງແຊ໊ມກຸ່ມ A ຕາມລຳດັບ ດ້ວຍກົດ Head to Head ທີ່ດີກວ່າອິນໂດນີເຊຍ ຕາມກົດການແຂ່ງຂັນ (ແຕ່ອິນໂດນີເຊຍມີປະຕູໄດ້ເສຍດີກວ່າ).
ແນວໃດກໍຕາມການແຂ່ງຂັນລະຫວ່າງທີມຊາດໄທ ກັບ ຫວຽດນາມ ເມື່ອວານທີ່ຜົນຈົບໄປດ້ວຍປະຕູ 1-1 ມີສຽງວິພາກວິຈານໃນ ໄລຍະເຄິ່ງເວລາທີສອງທີ່ໂລກອອນລາຍເບິ່ງວ່າ ໄທ ກັບ ຫວຽດນາມ ຫລ້ິນກັນແບບບໍ່ເຕັມຮ້ອຍເປີເຊັນ ເພາະຫວັງປ້ອງກັນຕົນ ເອງໃຫ້ເຂົ້າຮອບຕໍ່ໄປ.
ໂດຍເງື່ອນໄຂການເຂົ້າຮອບຂອງທີມຊາດໄທມີດັ່ງນີ້ :
- ຫາກທີມຊາດໄທ ຊະນະ ຈະເຂົ້າຮອບທັນທີໃນຖານະແຊ໊ມຂອງກຸ່ມ
- ຫາກທີມຊາດໄທ ສະເຫມີ ແບ່ງເປັນກໍລະນີດັ່ງນີ້
ສະເຫມີ 0-0 / ແລ້ວອິນໂດນີເຊຍ ສະເຫມີ ຫລື ເສຍ ມຽນມາ ທີມຊາດໄທ ຈະເຂົ້າຮອບໃນຖານະຮອງແຊ໊ມກຸ່ມ.
ສະເຫມີ 0-0 / ແລ້ວ ອິນໂດນີເຊຍ ຊະນະ ມຽນມາ, ໄທ ຈະຕົກຮອບທັນທີ.
ສະເຫມີ ແບບມີປະຕູ / ໄທ ຈະເຂົ້າຮອບໃນຖານະຮອງແຊ໊ມກຸ່ມ ແລະ ຫວຽດນາມ ຈະເປັນແຊ໊ມກຸ່ມ.
- ຫາກໄທ ເສຍ ແບ່ງເປັນກໍລະນີດັ່ງນີ້
ອິນໂດນີເຊຍ ສະເຫມີ ຫລື ເສຍ ມຽນມາ / ໄທ ຈະເຂົ້າຮອບໃນຖານະຮອງແຊ໊ມກຸ່ມ.
ແນວໃດກໍຕາມ ໂມຊາຫມັດ ອີເຣຍວານ ປະທານສະມາຄົມບານເຕະອິນໂດນີເຊຍ ໄດ້ໃຫ້ສຳພາດຜ່ານ ຊີເອັນເອັນ ອິນໂດນີເຊຍ ວ່າ : ພວກເຂົາກຽມທີ່ຈະຍື່ນຟ້ອງ ສະຫະພັນບານເຕະອາຊຽນ ເຖິງກໍລະນີ ກ່ອນເກມຮອບຮອງຊະນະເລີດໃນວັນທີ 13 ກໍລະກົດ.
‘‘ ເຮົາຜິດຫວັງ ໄທ ກັບ ຫວຽດນາມ ເປັນທີມໃຫຍ່ ແຕ່ກັບເຮັດແບບນີ້ (ຫລິ້ນບໍ່ເຕັມຮ້ອຍ) ເຮົາຈະຈັດປະຊຸມສຸກເສີນ ເຮົາຈະເບິ່ງວີດີໂອການແຂ່ງຂັນວິເຄາະ ’’.
ສຳລັບໄທ ຜ່ານເຂົ້າຮອບຮອງຊະນະເລີດ ໂດຍຈະໄປພົບກັບ ທີມຊາດລາວ ແຊ໊ມກຸ່ມ ບີ ທີ່ສະຫນາມ ແພັດຕຣີອ໊ອຕ ຄັນດຣາບາກ້າ ໃນວັນທີ 13 ກໍລະກົດ ເວລາ 20:00.

