ຄອນເຕ ວາງເປົ້າດຶງ ເດປາຍ ເສີມຫນ້າອີກ

ອັນໂຕນີໂອ ຄອນເຕ ຜູ້ຈັດການທີມ ທັອດແນມ ຮັອດສະເປີ ຍັງເສີມເກມບຸກບໍ່ພໍໃຈ ເມື່ອມີລາຍງານວ່າໄດ້ທາບທາມ ບາເຊໂລນາ ກ່ຽວກັບ ເມມຟິສ ເດປາຍ ກອງຫນ້າທີມຊາດເນເທີແລນ ທີ່ເຫລືອສັນຍາພຽງປີດຽວ ແລະເຊື່ອວ່າໄດ້ຮັບຄວາມສົນໃຈຈາກ ອາເຊນອລ ເຊັ່ນດຽວກັນ.
ສື່ຂອງສະເປນເປີດເຜີຍວ່າ ເດປາຍ ຢູ່ໃນຕະຫລາດຊື້ຂາຍ ເພາະເຖິງຈະຍິງໄປ 12 ປະຕູໃນເກມລີກ 28 ນັດເມື່ອລະດູການກ່ອນ ແຕ່ບໍ່ໄດ້ຮັບການຮັບປະກັນວ່າອະນາຄົດລະດູການຫນ້າ ຂະນະທີ່ ຊາບີ ຜູ້ຈັດການທີມ ໄດ້ບອກນັກເຕະຫລາຍຄົນແລ້ວວ່າ ພວກເຂົາສາມາດອອກຈາກສະໂມສອນໄດ້.
ມີລາຍງານລະບຸວ່າ ທີມຄູຝຶກມັກ ເດປາຍ ແລະ ບໍ່ຢາກໃຫ້ຍ້າຍທີມ ດັ່ງນັ້ນລາວຈຶ່ງອາດຢູ່ຕໍ່ ຫາກບໍ່ມີການສະເຫນີລາຄາທີ່ ເຫມາະສົມ ແຕ່ເຊື່ອວ່າ ບາເຊໂລນາ ພ້ອມຂາຍໃນລາຄາ 17 ລ້ານປອນ ໂດຍມີ ຄອນເຕ ທີ່ຢາກເສີມນັກເຕະກອງຫນ້າອີກ ເຖິງວ່າຫາກໍເຊັນສັນຍາ ຣິຊາລິຊອນ ມາຈາກ ເອຟເວີຕັນ ລວມກັບກອງຫນ້າຄົນອື່ນ ທັງ ແຮຣີ ເຄນ, ຊອນ ເຮືອງ ມິນ, ເດຢັນ ຄູລູເຊຟສະກີ ແລະ ອີວານ ເປຣິຊິສ ທີ່ຍ້າຍມາເສີມທີມແບບບໍ່ມີຄ່າຕົວ.

