ຂົວສູງຊັນທີ່ສຸດໃນໂລກຢູ່ “ປະເທດຍີ່ປຸ່ນ”

ຂົວ ອິຊິມະ ໂອຮາຊິ (Eshima ohashi) ຢູ່ແຂວງຊິມາເນະ ປະເທດຍີ່ປຸ່ນ ເຊິ່ງເປັນເສັ້ນທາງເຊື່ອມຕໍ່ຂ້າມໄປຫາແຂວງ ທິດໂຕຣິ, ພວມກາຍເປັນຈຸດຊົມວິວແຫ່ງໃໝ່ທີ່ຄວາມສູງຊັນ ຈົນເປັນທີ່ກ່າວຂານກັນວ່າ: ຂີ່ລົດຜ່ານຂົວແຫ່ງນີ້ ມີຄວາມຕື່ນເຕັ້ນຄືກັບຂີ່ລົດໄຟເຫາະ.
+ ໜ້າຕົກໃຈ ! ຄລິບຕຶກ 5 ຊັ້ນຖະຫລົ່ມ
+ 21 ສະຖານທີ່ປະຮ້າງທົ່ວໂລກສ້າງຄວາມຕື່ນເຕັ້ນ ແລະ ໜ້າຄົ້ນຫາ
+ 10 ສິ່ງກໍ່ສ້າງຈາກມະນຸດ ແລະ ທຳມະຊາດທີ່ອາລັງການ
ຂົວດັ່ງກ່າວມີ 2 ຊ່ອງຈະລາຈອນ, ສ້າງຂຶ້ນໃນປີ 2004 ມີເສົາຄ້ຳກາງຂົວສູງ 250 ແມັດເທົ່າກັບຕືກອາຄານສູງ 80 ຊັ້ນ, ມີຄວາມຍາວປະມານ 1,7 ກິໂລແມັດ ເປັນຂົວທີ່ແຂງແຮງທີ່ສຸດໃນປະເທດຍີ່ປຸ່ນ ແລະ ເປັນອັນດັບ 3 ຂອງໂລກ ໂດຍສາເຫດທີ່ຕ້ອງສ້າງຂົວທີ່ສູງຊັນແຫ່ງນີ້ ກໍເພື່ອຕ້ອງການໃຫ້ເຮືອຂົນສົ່ງສິນຄ້າຫລອດຜ່ານກ້ອງຂົວໄດ້ ແລະ ເປັນການອອກແບບເພື່ອໃຫ້ຮອງຮັບຕໍ່ເຫດການສັ່ນສະເທືອນຂອງແຜ່ນດິນໄຫວທີ່ມັນເກີດຂຶ້ນ.

