ໂຣນັນໂດ ອາດຖືກລົງໂທດ 12 ນັດ ຫຼັງຖືກໃບແດງໃນເກມ ຊຸບເປີຄັບ

ຄຣິສຕຽນໂນ ໂຣນັນໂດ ດາວຍິງໂຕເກັ່ງຂອງ ຣິນ ມາດຣິດ ອາດຖືກລົງໂທດ ຫຼາຍນັດ ຫຼັງເກີດອາການບໍ່ພໍ ໃຈດ້ວຍການຍູ້ຫຼັງກຳມະການໃນຈັງຫວະຖືກໃບແດງໄລ່ ອອກຈາກເກມ ສະເປນ ຊຸບ ເປີຄັບ ທີ່ບຸກໄປເອົາຊະນະ ບາ ເຊໂລນາ ໄດ້ເຖິງຖິ່ນ ຄຳນູ 3-1.
ໂດຍ ໂຣນັນໂດ ຖືກປ່ຽນ ໂຕລົງມາໃນເຄິ່ງຊົ່ວໂມງສຸດ ທ້າຍຂອງເກມ ແຕ່ຫຼັງຈາກ ຍິງປະຕູຊ່ວຍທີມຂຶ້ນ 2-1 ປາ ກົດວ່າ ລາວເອງກັບຖືກໄລ່ ອອກໃນລໄຍະນາທີ 80 ເນື່ອງຈາກດານໄດ້ໃບເຫຼືອງທີສອງເປັນໃບແດງ ພ້ອມກັບ ເອົາມືໄປຍູ້ຫຼັງກຳມະການທີ່ ດ້ານຫຼັງ ກ່ອນເດີນອອກຈາກ ສະໜາມນຳອີກ.
ຈາກການກະທຳດັ່ງກ່າວ ເຮັດໃຫ້ຫຼ້າສຸດ ມາກາ ສື່ໃຫຍ່ ຂອງ ສະເປນ ລະບຸວ່າ ຣິຄາ ໂດ ເດີ ບູໂກສ ເບນໂກເອັດ ເຊຍ ກຳມະການໄດ້ຂຽນລາຍ ງານໄປຍັງຝ່າຍແຂ່ງຂັນວ່າ ການຍູ້ຈາກດ້ານຫຼັງຂອງ ໂຣ ນັນໂດ ນັ້ນ ເປັນການສະແດງ ອອກໃນການບໍ່ເຫັນດີ ແລະ ບໍ່ເຄົາລົບກັບຄຳຕັດສິນຂອງ ກຳມະການ.
ເຊິ່ງຕາມກົດຂໍ້ທີ 96 ຂອງບານເຕະຂອງ ສະເປນ ລະບຸເອົາໄວ້ວ່າ ຜູ້ຫຼິ້ນທີ່ສະ ແດງອາການດັ່ງກ່າວມີສິດຖືກລົງຫ້າມລົງສະໜາມຈຳນວນ 14 ນັດ.

