ແມ່ຍິງເຄັ່ງຄຽດຫລາຍກວ່າຜູ້ຊາຍໃນເວລາເດີນທາງ

ຄວາມເຄັ່ງຄຽດເກີດຂຶ້ນໄດ້ກັບທຸກຄົນໃນສັງຄົມປະຈຸບັນທີ່ມີການແຂ່ງຂັນ, ແຕ່ຄວາມເຄັ່ງຄຽດໃນການເດີນທາງເກີດຂຶ້ນໃນ ແມ່ຍິງຫລາຍກ່ວາຜູ້ຊາຍ ແລະ ຍັງສົ່ງຜົນກະທົບໄປຍັງສຸຂະພາບຈິດ.
ຜົນການສຳຫລວດຫລ້າສຸດຂອງອັງກິດລະບຸວ່າ : ການເດີນທາງໄປ – ກັບເຮືອນຈາກບ່ອນເຮັດວຽກໃນແຕ່ລະມື້ ສົ່ງຜົນກະ ທົບຕໍ່ສຸຂະພາບຈິດຂອງແມ່ຍິງ ໂດຍສະເພາະແມ່ນແມ່ລູກອ່ອນທັງຫລາຍບໍ່ແມ່ນໜ້ອຍ. ໃນຂະນະທີ່ຜູ້ຊາຍພັດບໍ່ຄ່ອຍໄດ້ຮັບຜົນກະ ທົບໃນແບບດຽວກັນປານໃດ ເຖິງວ່າຈະໃຊ້ເວລາໃນການເດີນທາງດົນເທົ່າໆກັນກໍຕາມ.
ຄວາມເຄັ່ງຄຽດທີ່ຫລາຍກ່ວາຂອງເພດຍິງທີ່ມີຫລາຍກ່ວາເພດຊາຍນັ້ນ ນັກວິໄຈເຊື່ອວ່າອາດເປັນຍ້ອນແມ່ຍິງມີໜ້າທີ່ຄວາມຮັບຜິດຊອບທັງໃນເຮືອນ ແລະ ນອກເຮືອນຫລາຍກ່ວາຜູ້ຊາຍ ທັງລ້ຽງລູກ, ເຮັດວຽກເຮືອນ ທັງຍັງຕ້ອງເຮັດວຽກໃນໜ້າທີ່ເພື່ອຫາລ້ຽງຊີບນຳອີກ.
ເຈນນິເຟີ ໂຣເບີດ ອາຈານ ແລະ ນັກເສດຖະສາດຈາກມະຫາວິທະຍາໄລເຊບຟິລ ກ່າວວ່າ : ແມ່ຍິງໂດຍສະເພາະຢ່າງຍິ່ງຜູ້ທ່ີເປັນແມ່ກໍມັກຈະແວ່ເຮັດນັ້ນເຮັດນີ້ໄປລະຫ່ວາງການເດີນທາງແຕ່ລະມື້ນຳ ເຊັ່ນ : ການແວ່ຊື້ອາຫານ ແລະ ຮັບ – ສົ່ງລູກຈາກສະຖານທີ່ຮັບດູແລ ຫລື ໂຮງຮຽນລ້ຽງເດັກ ຍ້ອນພາລະອັນໜັກນີ້ ຫລາຍສິ່ງ ແລະ ເວລາອັນຈຳກັດເຮັດໃຫ້ແມ່ຍິງມີບັນຫາໃນການປັບໂຕ ແລະ ກໍ່ໃຫ້ເກີດຄວາມເຄັ່ງຄຽດໄດ້.
ບັນດານັກວິໄຈຍັງກ່າວຕື່ມວ່າ : ແມ່ຍິງທີ່ມີລູກຢູ່ໃນໄວກ່ອນເຂົ້າໂຮງຮຽນໄດ້ຮັບຜົນກະທົບຫລາຍທີ່ສຸດຈາກເວລາທີ່ໃຊ້ໃນ ການເດີນທາງໃນແຕ່ລະມື້ ໂດຍສະເພາະແມ່ນກຸ່ມທີ່ບໍ່ເພິງພໍໃຈກັບເວລາພັກຜ່ອນທີ່ນາງໄດ້ຮັບໃນແຕ່ລະມື້ເຊິ່ງໜ້ອຍຫລາຍສຳລັບ ແມ່ຍິງໃນກຸ່ມນີ້ຜົນກະທົບທາງດ້ານຈິດໃຈຈາກການເດີນທາງໃນແຕ່ລະມື້ຈະມີຫລາຍກ່ວາຜູ້ຊາຍທ່ີມີລູກໄວກ່ອນເຂົ້າໂຮງຮຽນເຖິງ 4 ເທົ່າ.

