ເປແອສເຊ ປົດ ໂປເຊັດຕີໂນ ອອກຈາກຜູ້ຈັດການທີມແລ້ວ

‘‘ The Athletic ’’ ສື່ຊື່ດັງໃນສະຫະລັດອາເມລິກາ ຢືນຢັນວ່າ ປາຣີສ ແຊັງ ແຊັກແມັງ ໄດ້ແຍກທາງກັບຜູ້ຈັດການທີມ ເມົາຣີຊີໂອ ໂປເຊັດຕີໂນ ເປັນທີ່ຮຽບຮ້ອຍແລ້ວ ໂດຍໄດ້ຮັບຄວາມຍິນຍອມຈາກທັງສອງຝ່າຍ.
ອະດີດຜູ້ຈັດການທີມທັອດແນມ ຮັອດສະເປີ ອາຍຸ 50 ປີ ພາທີມຄວ້າແຊ໊ມລີກເອິງລະດູການຜ່ານມາ ແຕ່ບໍ່ສາມາດພາທີມຄວ້າແຊ໊ມຢູຟາ ແຊ໊ມປຽນລີກ ເຊິ່ງເປັນເປົ້າຫມາຍສູງສຸດ ສຸດທ້າຍຈຶ່ງຕ້ອງເກັບເຄື່ອງຂອງອອກຈາກຖິ່ນ ພາກ ເດິ ແພຣັງ.
ຊີເນີດິນ ຊີດານ, ໂຈເຊ ມູຣິນໂຢ ແລະ ຄຣິສຕອຟ ກັລຕິເຢ ເປັນຫນຶ່ງໃນກຸ່ມຕົວເລືອກທີ່ຈະເຂົ້າມາແທນທີ່ໂປເຊັດຕີໂນ ຂະນະທີ່ ເລໂອນາໂດ ຜູ້ອຳນວຍການກິລາກໍຖືກປົດຕຳແນຫ່ງເຊັ່ນດຽວກັນ ໂດຍມີຫລຸຍ ຄຳໂປສ ມາເຮັດນຫ້າທີ່ແທນ.

