ຊອດເຜັດສີລາຊາ ກາໄກ່ ໃນອາເມລິກາ ຂາດແຄນໝາກເຜັດ ເຂົ້າໃນການຜະລິດສິນຄ້າ

ວັນທີ 9 ມິຖຸນາ 2022 ບໍລິສັດ Huy Fong Inc ຊຶ່ງຕັ້ງຢູ່ໃນແຄລິຟໍເນຍຕອນໃຕ້ ແຈ້ງກັບລູກຄ້າທາງອີເມວເມື່ອຕົ້ນປີນີ້ວ່າ:ຈະລະງັບການຂາຍຊອດເຜັດທີ່ມີຊື່ສຽງໃນຊ່ວງລະດູຮ້ອນເນື່ອງຈາກການຂາດແຄນໝາກເຜັດ.

ບໍລິສັດດັ່ງກ່າວໄດ້ລະບຸໃນອີເມວເມື່ອວັນທີ 19 ເມສາ 2022 ວ່າ: ຄຳສັ່ງຊື້ທັງໝົດທີ່ສົ່ງຫາບໍລິສັດຫລັງວັນທີ 19 ເມສາ ຈະຈັດສົ່ງໃຫ້ຫລັງວັນກຳມະກອນສາກົນທີ່ຜ່ານມາ.

ບໍລິສັດຈັດຫາໝາກເຜັດ ຈາກຟາມຕ່າງໆ ໃນແຄລິຟໍເນຍ, ນີວເມັກຊິໂກ ແລະ ເມັກຊິໂກ ແຈ້ງວ່າ: ສະພາບອາກາດສົ່ງຜົນກະທົບຕໍ່ຄຸນນະພາບຂອງໝາກເຜັດ ແລະ ເຮັດໃຫ້ການຂາດແຄນໝາກເຜັດຫລາຍຂຶ້ນຕື່ມ.

ຊອດໝາກເຜັດສີລາຊາ ກາໄກ່ ອາດຫາໄດ້ຢາກໃນຮ້ານຄ້າທົ່ວໄປ ໃນສະຫະລັດອາເມລິກາ ຊ່ວງລະດູຮ້ອນນີ້.