67 ປີຜ່ານມາໂຮງພິມແຫ່ງລັດມີບາດກ້າວຂະຫຍາຍຕົວສູງ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ພິມຈໍາໜ່າຍ 13 ສິງ ຫາ ຄົບຮອບ 67 ປີ ແລະ ທັງເປັນວັນສ້າງຕັ້ງໂຮງພິມແຫ່ງລັດ, ຊຶ່ງມີຕົ້ນກຳເນີດມາຈາກໂຮງພິມແນວລາວອິດສະຫລະ, ທີ່ເປັນໂຮງພິມແຫ່ງທຳອິດຂອງລາວ, ໂດຍໄດ້ຕິດພັນກັບຂະບວນການປະຕິວັດລາວມາແຕ່ຊຸມປີ 1945, ໂດຍໄດ້ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານເວລານັ້ນ ແລະ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ພັກ-ລັດ ໄດ້ເອົາພະນັກງານ, ກຳມະກອນຢູ່ໂຮງພິມຊໍາ ເໜືອພູແຄ, ໂຮງພິມພາກເໜືອ ແຂວງອຸດົມໄຊ ຈຳນວນໜຶ່ງມາໂຮມເຂົ້າກັບ ໂຮງພິມແຫ່ງຊາດຢູ່ນະຄອນຫລວງວຽງຈັນ ແລະ ໄດ້ປ່ຽນຊື່ມາເປັນໂຮງພິມ ແຫ່ງລັດ ເພື່ອສືບຕໍ່ດຳເນີນພິມໜັງສືພິມປະຊາຊົນ ແລະ ເອກະສານອື່ນ.
ທ່ານ ໄມອອນ ທຳມະວົງ ອຳນວຍການໂຮງພິມແຫ່ງລັດ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວລາວພັດທະນາເມື່ອບໍ່ມານີ້ວ່າ: ຕະຫລອດ 67 ປີຜ່ານມາ, ເຫັນວ່າພະນັກງານ ແລະ ກຳມະກອນທຸກຂະແໜງການໃນໂຮງພິມແຫ່ງນີ້ ໄດ້ປະກອບ ສ່ວນອຸທິດຕົນຢ່າງບໍ່ຮູ້ອິດເມື່ອຍ, ຊຶ່ງເຫັນໄດ້ຈາກຕົ້ນກຳເນີດໃນເງື່ອນໄຂຫຍຸ້ງ ຍາກສັບສົນ, ມີພຽງແຕ່ລີໂຕ (ຫີນລາດ) ຈຳນວນ 2-3 ແຜ່ນ, ແຕ່ກໍສາມາດປະຄັບປະຄອງ, ປະກອບສ່ວນໃຫ້ແກ່ວຽກງານການປະຕິວັດ-ຕໍ່ສູ້ປົດປ່ອຍຊາດໄດ້ສຳເລັດໃນໄລຍະນັ້ນ ແລະ ໄດ້ສືບຕໍ່ພັດທະນາກ້າວຂຶ້ນມາຕາມລຳດັບຈົນກ້າວເປັນບໍລິສັດລັດວິສາຫະກິດ ຫາລ້ຽງກຸ້ມຕົ້ນເອງຕາມກົນໄກເສດຖະກິດຕະຫລາດ, ສາມາດນຳໃຊ້ເຄື່ອງມືຮັບໃຊ້ການພິມ ແລະ ເຄື່ອງຈັກພິມທີ່ທັນສະໄໝ, ເຮັດໃຫ້ບໍລິມາດ ກໍຄືຄຸນນະພາບ ສິ່ງພິມສູງຂຶ້ນສູ່ຄວາມທັນສະໄໝ ແລະ ວ່ອງໄວກວ່າເກົ່າ, ພາໃຫ້ລາຍຮັບຂອງວິສາຫະກິດ ແລະ ຊີວິດການເປັນຢູ່ຂອງພະນັກງານ-ກຳມະກອນໄດ້ເພີ່ມສູງກວ່າທີ່ຜ່ານມາ, ແຕ່ແນວໃດກໍຕາມ ທັງໝົດທີ່ກ່າວມານີ້ ກໍແມ່ນມູນມໍລະດົກຕົກທອດອັນປະເສີດທີ່ສຸດຂອງພະນັກງານ-ກຳມະກອນໂຮງພິມແຫ່ງລັດໃນໄລຍະຜ່ານມາ ກໍຄືປັດຈຸບັນ ແລະ ອະນາຄົດ, ຊຶ່ງບໍ່ສາມາດປະຕິເສດໄດ້ຄື: “ມີອະດີດຈຶ່ງມີປັດຈຸບັນ ແລະ ຈຶ່ງມີອະນາຄົດ”, ໃນໄລຍະ 2-3 ປີມານີ້, ໂຮງພິມແຫ່ງນີ້ໄດ້ມີລູກຄ້າເພີ່ມຂຶ້ນຢ່າງຫລວງຫລາຍ, ໃນນັ້ນ ລວມໄປເຖິງພາກລັດ ແລະ ເອກະຊົນ ໄດ້ຫັນມາໃຊ້ບໍລິການຫລາຍຂຶ້ນ, ໂດຍສະເພາະບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ, ສາກົນ ແລະ ພາກສ່ວນຫ້ອງການຕ່າງໆ ເຮັດໃຫ້ພະນັກງານ, ກຳ ມະກອນຢູ່ພາຍໃນໂຮງພິມແຫ່ງນີ້ມີວຽກເຮັດເປັນປົກກະຕິ, ສາມາດສ້າງລາຍຮັບໄດ້ຈຳນວນຫລາຍ ແລະ ປະຕິບັດພັນທະໄດ້ຕາມແຜນການ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ກຳມະກອນດີຂຶ້ນຕາມລຳດັບ, ນອກນີ້ ຍັງໄດ້ພັດທະນາເຄື່ອງຈັກທີ່ນຳໃຊ້ເຂົ້າໃນການຜະລິດຜະລິດຕະພັນຕ່າງໆເປັນຕົ້ນ ໃນປີ 2011-2015 ໄດ້ລົບລ້າງຂະແໜງເກັບລຽງມານຳໃຊ້ບຼອກ, ລົບລ້າງຂະແໜງຖ່າຍຮູບເຂົ້າມົງຕາມານຳໃຊ້ເຄື່ອງຍິງແມ່ພິມລະບົບທັນສະໄໝ (C.T.P), ຊື້ຈັກພິມ 2 ສີ (ລີໂອບີ), ຈັກພັບເຈ້ຍ, ຈັກເຂົ້າກາວຫົວປຶ້ມ, ຈັກຫຍິບປຶ້ມ, ຈັກພິມ 4 ສີ (ລີໂອບີ) ແລະ ຕົກມາຮອດປີ 2016 ໄດ້ຊື້ຈັກເຂົ້າຫົວປື້ມ, ກາວຮ້ອນ 2 ເຄື່ອງ ແລະ ຈັກເຮັດກາບໃບປະກາສະນີຍະບັດ 1 ເຄື່ອງ, ເຮັດໃຫ້ວຽກງານສຳເລັດວ່ອງໄວ ແລະ ມີຄຸນນະພາບສູງ ແລະ ຊື້ຄອມພິວເຕີໃຫ້ແກ່ການອອກແບບ, ຊື້ພາຫະນະຈຳນວນໜຶ່ງ ເພື່ອມາຮັບໃຊ້ສົ່ງສິ່ງພິມໃຫ້ກັບລູກຄ້າພາຍໃນນະຄອນ ຫລວງວຽງຈັນໄດ້ຢ່າງທົ່ວເຖິງ.

