ພັກແນະນຳໃຫ້ທຸກອົງການຈັດຕັ້ງພັກ-ລັດເພີ່ມທະວີຕິດຕາມຫາງສຽງສັງຄົມໄລຍະໃໝ່
ສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ເລີ່ມແຕ່ຕົ້ນເດືອນກໍລະກົດຜ່ານມາ, ຄະນະເລຂາທິການສູນກາງພັກ ໄດ້ມີຄຳສັ່ງຊີ້ນຳໃຫ້ບັນດາຄະນະພັກກະຊວງ-ອົງການ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ລວມທັງນະ ຄອນຫລວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໃຫ້ເພີ່ມທະວີວຽກງານການຕິດຕາມຫ່າງສຽງສັງຄົມ, ພາຍຫລັງເຫັນວ່າປັດຈຸບັນມີສະພາບການ ແລະ ປະກົດການຕ່າງໆທີ່ເກີດຂຶ້ນ ເຊິ່ງມີຫລາຍອັນກະທົບ ແລະ ສົ່ງຜົນສະທ້ອນເຖິງແນວຄິດຂອງສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ ລວມທັງການບິດເບືອນໃສ່ຮ້າຍປ້າຍສີ ຈາກຜູ້ບໍ່ຫວັງດີຕໍ່ປະເທດຊາດ, ຕໍ່ການນຳພາຂອງພັກ-ລັດ. ສະນັ້ນການຕິດຕາມເກັບກຳສະພາບແນວຄິດຫາງສຽງສັງຄົມ ແມ່ນການສັງລວມເອົາທັດສະນະຂອງມະຫາຊົນ, ຊັ້ນຄົນຕ່າງໆທີ່ມີຕໍ່ເຫດການ, ປະກົດການທີ່ເກີດຂຶ້ນໃນສັງຄົມ ນັບທັງດ້ານຕັ້ງໜ້າທີ່ຄວນເສີມຂະຫຍາຍ ແລະ ດ້ານຫຍໍ້ທໍ້ທີ່ຄວນປັບປຸງ ເພື່ອລາຍງານຂັ້ນເທິງໃຫ້ມີທິດຊີ້ນຳ ແລະ ເສີມຂະຫຍາຍສິ່ງທີ່ດີ ແລະ ແກ້ໄຂຕໍ່ກັບບັນດາຂໍ້ຄົງຄ້າງໃຫ້ຖືກຕ້ອງ ແລະ ທັນການ, ຖ້າມີການຕິດຕາມເກັບກຳສະພາບແນວຄິດຫາງສຽງສັງຄົມໄດ້ຄົບຖ້ວນ, ທົ່ວເຖິງ, ຖືກຕ້ອງ, ຊັດເຈນ ແລະ ລາຍງານຂັ້ນເທິງເປັນປົກກະຕິ, ຂັ້ນເທິງກໍຈະມີບ່ອນອີງໃນການພິຈາລະນາກຳນົດມາດຕະການ ແລະ ວິທີການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ນັບຫລຸດໜ້ອຍຖອຍລົງ. ສະນັ້ນ, ຈຶ່ງເຫັນວ່າວຽກງານເກັບກຳສະພາບແນວຄິດຫາງສຽງສັງຄົມ ແມ່ນວຽກງານໜຶ່ງທີ່ສຳຄັນຂອງພັກ ໃນການກວດກາຕິດຕາມການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບກົດໝາຍຂອງລັດ.
ໃນໄລຍະຜ່ານມາ, ຄະນະພັກແຕ່ລະຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນ ກໍໄດ້ມີຄວາມພະຍາຍາມຊີ້ນຳອົງການທີ່ກ່ຽວຂ້ອງຂອງພັກ-ລັດ ເຊັ່ນ: ຄະນະໂຄສະນາອົບຮົມ, ຂະແໜງການຖະແຫລງຂ່າວ, ວັດທະນະທຳ ແລະ ຂະແໜງການອື່ນໆ ເກັບກຳສະພາບແນວຄິດຈິດໃຈຂອງປະຊາຊົນ ແລະ ຫາງສຽງຂອງສັງຄົມ ເພື່ອລາຍງານຕໍ່ການນຳຂັ້ນຕ່າງໆເປັນປົກກະຕິພໍສົມຄວນ, ແຕ່ເຫັນວ່າຄຸນນະພາບບໍ່ທັນສູງ, ຍັງບໍ່ເກັບກຳຫາງສຽງສັງຄົມໄດ້ຢ່າງຄົບຖ້ວນ ແລະ ທົ່ວເຖິງ ຈຶ່ງເຮັດໃຫ້ຫາງສຽງສັງຄົມ ກໍຄືບັນຫາທີ່ສັງຄົມຕັ້ງຂຶ້ນຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສອດຄ່ອງ ແລະ ທັນການ.

