ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ ນວ​ ຫາລືດ້ານວິຊາການກ່ຽວກັບການຄຸ້ມຄອງ ລາຄາສິນຄ້າ ຕິດພັນກັບອັດຕາແລກປ່ຽນ

ວັນທີ 6 ມິຖຸນາ 2022 ພະແນກອຸດສາຫະກໍາ ແລະ ການຄ້າ ນວ ສົມທົບກັບບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີສ່ວນພົວພັນ ແລະ ແກ້ໄຂຮ່ວມກັນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າດ້ານວິຊາການກ່ຽວກັບການແກ້ໄຂ ການຄຸ້ມຄອງລາຄາສິນຄ້າຕິດພັນກັບອັດຕາແລກປ່ຽນການສະໜອງ ແລະ ຄວາມຕ້ອງການຂອງສິນຄ້າ ການແກ້ໄຂບັນຫາການສະໜອງ ນ້ໍາມັນເຊື້ອໄຟ​ ໂດຍການເຂົ້າຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ມີຫົວໜ້າ ພະແນກການ ຜູ້ປະກອບການ ແລະ ໜ່ວຍງານກ່ຽວຂ້ອງ.​

ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຄົ້ນຄວ້າວິທີການແກ້ໄຂບັນຫາລາຄາສິນຄ້າລາຄາເເພງ ເພື່ອໃຫ້ສາມາດກໍານົດມາດຕະການຮອງຮັບກັບສະພາບການປັດຈຸບັນ ແລະ ໃນຕໍ່ໜ້າ.​

ກອງປະຊຸມຄັ້ງນີ້ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບສະພາບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ທຸລະກົດປ້ໍາຂາຍຍ່ອຍ ນ້ໍາມັນເຊື້ອໄຟຂອງພະແນກອຸດສາຫະກໍາ ແລະ ການຄ້າ ນວ ໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ຫນ້າ.​

ພ້ອມນັ້ນ ຜູ້ທີ່ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເປັນທິດທາງການແກ້ໄຂ.

ໄລຍະຜ່ານມາ ຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນນະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ປະຕິບັດຕາມຫນ້າທີ່ ສິດ ແລະ ພາລະບົດບາດຂອງຕົນຢ່າງຕັ້ງຫນ້າ ແຕ່ກໍ່ບໍ່ປາສະຈາກບັນຫາການສວຍໂອກາດຂຶ້ນລາຄາສິນຄ້າຂອງພວກບໍ່ຫວັງດີຈໍານວນໜຶ່ງ.

ທີ່ມາຂ່າວ: vientianemai