ໂອເປັກ ແລະ “ໂອເປັກ+” ຕົກລົງເລັ່ງຄວາມໄວການສະໜອງນໍ້າມັນດິບໃຫ້ໄດ້ 648.000 ຖັງ/ມື້

ອີງຕາມຂ່າວຈາກ cri ຂອງຈີນ, ວັນທີ 2 ມິຖຸນາ 2022 ຜ່ານມານີ້ໃຫ້ຮູ້ວ່າ: ອົງການປະເທດ ສົ່ງອອກນ້ຳມັນເຊື້ອໄຟ (ໂອເປັກ) ແລະ ປະເທ ຜະລິດນ້ຳມັນດິບ ທີ່ບໍ່ເປັນສະມາຊິກໂອເປັກ (ໂອເປັກ+) ໄດ້ຈັດກອງປະຊຸມລະດັບ ລັດຖະມົນຕີ ຄັ້ງທີ 29 ໂດຍຜ່ານທາງວິດີໂອ.

ກອງປະຊຸມ ຕົກລົງວ່າຈະຍົກປະລິມານການຜະລິດນ້ຳມັນດິບໃນເດືອນ ກໍລະກົດ ແລະ ເດືອນສິງຫາປີ 2022 ນີ້ ໃຫ້ສູງຂຶ້ນອີກ 648.000 ຖັງຕໍ່ມື້.

ກອງປະຊຸມ ໄດ້ເນັ້ນຢ້ຳຄວາມສຳຄັນໃນການເຄົາລົບ ແລະ ນຳໃຊ້ກົນໄກທົດແທນກັນຢ່າງເຕັມທີ່ ເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງປະເທດທີ່ບໍ່ໄດ້ຮັບຜົນຫຍັງເຫລົ່ານັ້ນ, ເວລາທົດແທນຈະແກ່ຍາວໄປຮອດທ້າຍເດືອນທັນວາປີ 2022 ນີ້ ແລະ ຮຽກຮ້ອງ ໃຫ້ປະເທດ ທີ່ກ່ຽວຂ້ອງສະໜອງແຜນການທົດແທນກ່ອນວັນທີ 17 ມິຖຸນານີ້