ສະເປີ ກຽມຄວ້າ ເປຣິຊິດ ຮ່ວມທີມແບບບໍ່ມີຄ່າຕົວ

ທັອດແນມ ຮັອດສະເປີ ກຽມບັນລຸຂໍ້ຕົກລົງໃນການຄວ້າ ອີວານ ເປຣິຊິສ ປີກປະສົບການຫລາຍ ຂອງ ອິນເຕີ ມິລານ ມາຮ່ວມທີມແບບບໍ່ມີຄ່າຕົວແລ້ວ.
ທັອດແນມ ຮັອດສະເປີ ທີມດັງແຫ່ງພຣີເມຍລີກ ອັງກິດ ຍິ້ມຫວານ ຫລັງບັນລຸຂໍ້ຕົກລົງໃນການຄວ້າ ອີວານ ເປຣິຊິສ ປີກຊາວໂຄຣເອເຊຍ ຂອງ ອິນເຕີ ມິລານ ມາຮ່ວມທີມແບບບໍ່ມີຄ່າຕົວຮຽບຮ້ອຍແລ້ວ.
ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງຊາວອິຕາລີ ລາຍງານວ່າ ສະເປີ ແລະ ເປຣິຊິສ ທີ່ພວມຈະຫມົດສັນຍາກັບ ອິນເຕີ ມິລານ ໃນລະດູການນີ້ ບັນລຸຂໍ້ຕົກລົງກັນໄດ້ຮຽບຮ້ອຍແລ້ວ ໂດຍ ດາວເຕະອາຍຸ 33 ປີ ເຊິ່ງຍັງໄດ້ຮັບຄວາມສົນໃຈຈາກ ເຊລຊີ ແລະ ຢູເວນຕຸສ ເຊັ່ນດຽວກັນ, ແຕ່ຈະຍ້າຍມາຫລິ້ນຍັງຖິ່ນ ທັອດແນມ ຮັອດສະເປີ ສະເຕດ້ຽມ ດ້ວຍສັນຍາ 2 ປີ ແລະ ຈະເດີນທາງມາກວດຮ່າງກາຍຍັງນະຄອນຫລວງລອນດອນໃນອາທິດຫນ້າ.
ສ່ວນ ເດລີ ເມລ ສື່ຊື່ດັງຂອງອັງກິດ ເປີດເຜີຍວ່າ : ອິນເຕີ ຕ້ອງການຈະດຶງ ເປຣີຊິສ ເອົາໄວ້ກັບທີມຕໍ່ໄປເຊັ່ນດຽວກັນ ແຕ່ບໍ່ສາມາດບັນລຸຂໍ້ຕົກລົງເລື່ອງການຕໍ່ສັນຍາສະບັບໃຫມ່ໄດ້ ເນື່ອງຈາກດາວເຕະທີມໂຄຣເອເຊຍ ຮຽກຮ້ອງສັນຍາ 3 ປີ ພ້ອມຄ່າເມື່ອຍແພງລະດັບເຖິງ 100,000 ປອນ/ອາທິດ.

