ເອັນເຄເທຍ ກຽມຕໍ່ສັນຍາໃຫມ່ກັບ ອາເຊນອລ ເຖິງປີ 2027


ເອັດດີ ເອັນເຄເທຍ ດາວຍິງເດັກສ້າງຂອງອາເຊນອລ ທີມດັງແຫ່ງພຣີເມຍລີກອັງກິດ ກຽມຕໍ່ສັນຍາສະບັບໃຫມ່ໃນຖິ່ນ ເອມີເຣສ ສະເຕດຽມ ອອກໄປອີກ 5 ປີ ພ້ອມຮັບຄ່າເມື່ອຍ ເພີ່ມຂຶ້ນເປັນ 100,000 ປອນຕໍ່ອາທິດ ແລະ ເງິນໂບນັສອີກ 5 ລ້ານປອນ, ຕາມລາຍງານຈາກ ເດລີ ເມລ ສື່ຊັ້ນນຳໃນອັງກິດ.
ເອັນເຄເທຍ ພວມຈະຫມົດສັນຍາກັບ ອາເຊນອລ ໃນລະດູການນີ້ ແລະ ເຄີຍຄິດຈະໂບກມືອຳລາທີມເພື່ອສະແຫວງຫາໂອກາດໃນການລົງສະຫນາມຢ່າງຕໍ່ເນື່ອງ ຂະນະທີ່ ອາເຊນອລ ກໍບໍ່ຄິດຈະຂວາງທາງເຊັ່ນດຽວກັນ.
ແນວໃດກໍຕາມສຸດທ້າຍເຫດການກໍພິິກ ເມື່ອດາວຍິງອາຍຸ 22 ປີ ໄດ້ຮັບໂອກາດລົງຫລິ້ນຢ່າງຕໍ່ເນື່ອງໃນທ້າຍລະດຸການນີ້ ໂດຍຍິງໄປ 5 ປະຕູຈາກການລົງຫລິ້ນ 8 ນັດ ຈົນເຮັດໃຫ້ລາວ ແລະ ອາເຊນອລ ປ່ຽນທ່າທີ ແລະ ໃກ້ຈະບັນລຸຂໍ້ຕົກລົງໃນການຕໍ່ສັນຍາອອກໄປອີກຈົນເຖິງປີ 2027 ດັ່ງກ່າວ.
ເຖິງຈະສາມາດດຶງຕົວ ເອັນເຄເທຍ ເອົາໄວ້ກັບທີມໄດ້ຕໍ່ໄປ ແຕ່ອາເຊນອລ ກໍຍັງຕ້ອງການຄວ້າດາວຍິງຄົນໃຫມ່ເຂົ້າມາເສີມທີມຢ່າງຫນ້ອຍຫນຶ່ງລາຍເປັນຕົວແທນຂອງ ອາເລັກຊອງ ລາກາແຊັດ ທີ່ພວມຈະລາທີມໄປລະດູການນີ້. ໂດຍເລັງໄປທີ່ ກາບຣຽວ ເຄຊຸດ ຂອງ ແມນເຊສເຕີ ຊິຕີ, ວິກເຕີ ໂອຊິເມນ ຂອງ ນາໂປລີ ແລະ ໂດມິນິກ ຄັລເວີດ ລູວີນ ຂອງ ເອຟເວີຕັນ.

