ນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳແຂວງ ລາວ ແລະ ກຳປູເຈຍ ທີ່ມີຊາຍແດນຕິດກັນ

ວັນທີ 27 ພຶດສະພາ 2022, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນຈາກສູນກາງ, ແຂວງຈຳປາສັກ ແລະ ແຂວງອັດຕະປື ພົບປະໂອ້ລົມກັບການນຳແຂວງຊຽງແຕງ, ແຂວງລັດ ຕະນະຄີລີ ແລະ ແຂວງເປຣະວິເຣຍ ຣາຊະອານາຈັກກຳປູເຈຍ ທີ່ມີຊາຍແດນຕິດກັບສປປ ລາວຢູ່ສະໂມ ສອນເມືອງໂຂງ ແຂວງຈຳປາສັກເພື່ອຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມື, ຄວາມສາມັກຄີຮັກແພງລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ເວົ້າລວມ, ເວົ້າສະເພາະແຂວງຈຳປາສັກ ແລະ ແຂວງອັດ ຕະປື ກັບບັນດາແຂວງຂອງຣາຊະອານາຈັກກຳປູເຈຍ ທີ່ມີຊາຍແດນຮ່ວມກັນ ແລະ ເພື່ອປຶກສາຫາລືແລກປ່ຽນບາງເນື້ອໃນການພົວພັນຮ່ວມມືສອງຝ່າຍ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ແລະ ລະຫວ່າງ ທ້ອງຖິ່ນ ກັບທ້ອງຖິ່ນດ້ວຍກັນໃນດ້ານຕ່າງໆ, ລວມທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງສອງຝ່າຍໃນການຮ່ວມມືຜ່ານມາ ແລະ ແຜນການຮ່ວມມືຕໍ່ໜ້າ. ນອກນັ້ນຍັງເປັນການຢັ້ງຢືນຄືນຄວາມມຸ່ງໝັ້ນ ແລະ ເຈດຈໍານົງອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ແລະ ປະຊາຊົນລາວ.

ໃນການພົບປະ, ບັນດາເຈົ້າແຂວງຂອງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ທີ່ມີຊາຍແດນຕິດກັນ ໄດ້ຜັດປ່ຽນກັນນຳສະເໜີສະພາບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນ ມູນເຊື້ອການພົວພັນອັນດີງາມ, ຜົນສຳເລັດທີ່ເປັນຮູບປະທຳຕົວຈິງຫຼາຍດ້ານ ທັງໄດ້ແລກປ່ຽນບາງວຽກທີ່ສອງຝ່າຍສົນໃຈຮ່ວມກັນ.
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ, ບ້ານອ້າຍເມືອງນ້ອງ, ບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານລະຫວ່າງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ນັບມື້ໄດ້ຮັບການເສີມຂະຫຍາຍແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງຂຶ້ນ, ພ້ອມທັງຢໍ້າຄືນຕໍ່ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ສ່ອງແສງໃຫ້ເຫັນຄວາມໝາຍໝັ້ນອັນແຮງກ້າ ຂອງສອງປະເທດທີ່ມີສາຍພົວພັນອັນເປັນມູນເຊື້ອມາແຕ່ດົນນານແລ້ວນັ້ນສູງຂຶ້ນອີກລະດັບໜຶ່ງເພື່ອສ້າງພື້ນຖານການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການກໍານົດ ແລະປັກ ຫຼັກໝາຍຊາຍແດນ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການທຳມາຫາກິນ ການໄປມາຫາສູ່ຂອງປະຊາຊົນສອງປະເທດແລະ ອື່ນໆ. ທີ່ສຳຄັນໃຫ້ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈການຕົກລົງຂອງສອງລັດຖະບານ ກໍຄືສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍໃນໄລຍະຜ່ານມາລວມທັງທິດທາງແຜນ ການພົວພັັນຮ່ວມມືກັນຕໍ່ໜ້າ ໃຫ້ປາກົດຜົນເປັນຈິງ ທັງສືບຕໍ່ເພີ່ມທະວີການພົວພັນຮ່ວມມື ໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍຂຶ້ນກວ່າເກົ່າໂດຍສ້າງເງື່ອນໄຂຕ່າງໆໃຫ້ໄດ້ປະຕິບັດກິດຈະກຳ ແລະ ໄປມາ ຫາສູ່ກັນໃນລະດັບຕ່າງໆຫຼາຍຂຶ້ນ.
ໃນວັນດຽວກັນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຂອງ ສປປ ລາວ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມປະຊາຊົນ ເຂດສົ້ມປ່ອຍ-ຫາດຊາຍສູງ ເມືອງສະໜາມໄຊ ແຂວງອັດຕະປື ຕື່ມອີກ.

