ມອບໃບຢັ້ງຢືນເຂົ້າລະບົບອາກອນມູນຄ່າເພີ່ມ ໃຫ້ຫົວໜ່ວຍວິສາຫະກິດຢູ່ເມືອງໄຊທານີ

ໃນທ້າຍອາທິດຜ່ານມານີ້, ທີ່ສະໂມສອນໃຫຍ່ປົກຄອງເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມມອບໃບຢັ້ງຢືນເຂົ້າລະບົບອາກອນມູນຄ່າເພີ່ມ (ອມພ) ຈໍານວນ 82 ຫົວໜ່ວຍ, ໂດຍການເຂົ້າຮ່ວມມອບໃບຢັ້ງຢືນຂອງທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ, ມີທ່ານ ວັນເພັງ ພົງໄຊ ຫົວໜ້າຫ້ອງການ-ການເງິນເມືອງໄຊທານີ, ທ່ານ ອານຸລັກ ເຮືອງວິເສດ ຫົວໜ້າສ່ວຍສາອາກອນປະຈຳເມືອງໄຊທານີ, ເຈົ້າຂອງວິສາຫະກິດ, ຜູ້ ອຳນວຍການວິສາຫະກິດ ແລະ ຜູ້ຕາງໜ້າວິສາຫະກິດເຂົ້າຮ່ວມ.
ດັ່ງທີ່ຮູ້ນຳກັນແລ້ວວ່າວຽກງານຂະແໜງການເງິນ ໂດຍສະເພາະວຽກງານສ່ວຍສາອາກອນແມ່ນມີຄວາມ ໝາຍສຳຄັນ, ຊຶ່ງປັດຈຸບັນພັກ-ລັດຖະບານໄດ້ບັນຖືກເອົາວຽກງານດັ່ງກ່າວເປັນວາລະແຫ່ງຊາດ. ສະນັ້ນ, ກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການມອບໃບຢັ້ງຢືນເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ຫົວໜ່ວຍທຸລະກິດ ແລະ ສໍາລັບເມືອງໄຊທານີມີເປົ້າໝາຍເຂົາລະບົບອາກອນມູນຄ່າເພີ່ມທັງໝົດ 918 ຫົວໜ່ວຍ, ສາມາດປະຕິບັດເຂົ້າສູ່ລະບົບອາກອນມູນຄ່າເພີ່ມແລ້ວ 75 ຫົວໜ່ວຍ,ໄດ້ເປີດການເຜີຍແຜ່ລະບຽບເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ທຸລະກິດເຂົ້າໄດ້ຈຳນວນ 4 ຄັ້ງຜ່ານມາໂດຍມີທຸລະກິດເຂົ້າຮ່ວມຈຳນວນ 173 ຫົວໜ່ວຍ, ໄດ້ອອກໃບຢັ້ງຢືນເຂົ້າລະບົບອາກອນມູນຄ່າເພີ່ມໄດ້ຈໍານວນ 82 ຫົວໜ່ວຍ.
ໃນປັດຈຸບັນຂົງເຂດການເງິນ-ສ່ວຍສາອາກອນໄດ້ມີການປັບປຸງກົດໝາຍລະບຽບການຕ່າງໆ…ທີ່ຕິດພັນເປັນຕົ້ນແມ່ນກົດໝາຍສ່ວຍສາອາກອນ 4 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງວຽກງານສ່ວຍສາອາກອນ, ກົດໝາຍວ່າດ້ວຍການຊົມໃຊ້, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະ ກົດຫມາຍວ່າດ້ວຍອາກອນລາຍໄດ້, ເພື່ອເປັນອີງໃນການຈັດຕັ້ງປະຕິບັດ, ກະຕຸກຊຸກຍູ້ ແລະ ສ້າງທ່າແຮງໃຫ້ງົບປະມານແຫ່ງລັດເປັນຕົ້ນ: ແມ່ນວຽກງານໃນຂົງເຂດລາຍຮັບໃຫ້ມີລັກສະນະເພີ່ມຂຶ້ນ ແລະ ລາຍຈ່າຍກໍໃຫ້ມີລັກສະນະປະຢັດ.
ໃນຂົງເຂດສ່ວຍສາອາກອນກໍໄດ້ມີການປັບລຸດອັດຕາອາກອນເປັນຕົ້ນ: ອາກອນກຳໄລຈາກ 24% ມາເປັນ 20%, ອາກອນມູນຄ່າເພີ່ມຈາກ 10% ມາເປັນ 7% ເຮັດໃຫ້ລາຍຮັບງົບປະມານສູນເສຍໄປ. ສະນັ້ນ, ເພື່ອແທນຄືນລາຍຮັບດັ່ງພັກ-ລັດຖະບານ, ຈຶ່ງໄດ້ວາງນະໂຍບາຍເພີ່ມຖານລາຍຮັບສ່ວຍສາອາກອນຂຶ້ນເປັນຕົ້ນ ແມ່ນຫົວ ໜ່ວຍທຸລະກິດໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ເພາະວ່າລາຍຮັບຈາກອາກອນມູນຄ່າເພີ່ມແມ່ນກວມເອົາເປີ ເຊັນສູງກວ່າໝູ່ຂອງລາຍຮັບສ່ວຍສາອາກອນທັງໝົດ.
ພ້ອມດຽວກັນນີ້, ໃນກອງປະຊຸມຍັງໄດ້ຮັບຟັງການຂຶ້ນນໍາສະເໜີຂອງທ່ານ ອານຸລັກ ເຮືອງວິເສດ ຫົວໜ້າສ່ວຍສາອາກອນປະຈຳເມືອງໄຊທານີ, ກ່ຽວກັບລະບຽບການໃນການແຈ້ງມອບອາກອນປະເພດຕ່າງໆຂອງວິສາຫະກິດທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ຮັບຟັງການເຜີຍແຜ່ແນະນໍາກົດໝາຍ ແລະ ລະບຽບການຕ່າງໆໃນການກຽມເຂົ້າລະບົບອາກອນມູນຄ່າເພີ່ມຈາກຈະນັກວິທະຍາກອນຈາກກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈຳເມືອງເພື່ອໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ທັນຕາມກຳນົດເວລາຕາມລະບຽບການຕາມກົດໝຍທີ່ໄດ້ກໍານົດໄວ້.

