ແຂວງຈໍາປາສັກມອບ-ຮັບໃບຢັ້ງຢືນປ້ອງກັນຄວາມສະຫງົບດີໃຫ້ ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ

ວັນທີ 19 ພຶດສະພາ 2022 ນີ້ ແຂວງຈຳປາສັກຈັດ ພິທີມອບ-ຮັບໃບຢັ້ງຢືນປ້ອງກັນຄວາມສະຫງົບດີ ປະຈໍາປີ 2021 ໃຫ້ສານປະຊາຊົນ ແລະ ອົງການໄອຍະການ ປະຊາຊົນ (ອຍກ) ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ບຸນອ່ຽງ ພັນວົງສາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຈໍາປາສັກ , ທ່ານ ສັນຕິ ພິມມະກອນ ຮອງປະທານສານປະຊາຊົນແຂວງ, ທ່ານ ວິໄລວັນ ແກ້ວເຮືອງສີ ຮອງຫົວໜ້າ ອຍກ ແຂວງ, ມີຄະນະກໍາມະການປະເມີນການປ້ອງກັນຄວາມສະຫງົບຂັ້ນແຂວງ ແລະ ພະນັກງານຂອງສອງຂະແໜງການດັ່ງກ່າວເຂົ້າຮ່ວມ.

ໃນພິທີໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນພາຍໃນສໍານັກງານ- ອົງການຂອງສານປະຊາຊົນ ແລະ ອຍກ ປີ 2021 ຊຶ່ງຖືກຈັດຕັ້ງປະຕິບັດຕາມມາດຖານຂອງຄະນະກໍາມະການປ້ອງກັນຄວາມສະຫງົບຂັ້ນແຂວງກໍານົດໄວ້ໃນແຕ່ລະດ້ານ ເປັນຕົ້ນ: ດ້ານທີ່ຕັ້ງ, ພາລະບົດບາດຂອງຄະນະປ້ອງກັນພາຍໃນສໍານັກງານ-ອົງການ, ພາລະບົດບາດ, ໜ້າທີ່ຂອງຄະນະປ້ອງກັນສໍານັກງານ, ດ້ານໂຄງປະກອບຂອງຄະນະປ້ອງກັນສໍານັກງານ, ການເໜັງຕີງຂອງຈໍານວນພະນັກງານ-ລັດຖະກອນໃນປີ 2021.

ພ້ອມນີ້ກໍກໍາແໜ້ນສະພາບການເຄື່ອນໄຫວຂອງພະນັກງານ-ລັດຖະກອນແຕ່ລະຄົນ ທາງດ້ານປະຫວັດໃນອະດີດ ກໍຄືປັດຈຸບັນ ສະເພາະແມ່ນດ້ານການເມືອງແນວຄິດ, ທັດສະນະຫຼັກໝັ້ນ, ການຈໍາແນກມິດ-ສັດຕູ, ເພື່ອເຮັດໜ້າທີ່ປ້ອງກັນສໍານັກງານຢ່າງເຂັ້ມງວດ ຈົນສາມາດໄດ້ຮັບໃບຢັ້ງຢືນປ້ອງກັນຄວາມສະຫງົບດີໃນແຕ່ລະປີ.

ໃນພິທີດັ່ງກ່າວໃຫ້ກຽດມອບໃບຢັ້ງຢືນປ້ອງກັນຄວາມສະຫງົບດີ ແກ່ສານປະຊາຊົນ ແຂວງຈໍາປາສັກ ແລະ ອຍກ ແຂວງຈໍາປາສັກ ຂອງທ່ານ ພັນໂທ ບຸນອ່ຽງ ພັນວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ ແລະ ເປັນກຽດຮັບຂອງທ່ານ ສັນຕິ ພິມມະກອນ ຮອງປະທານສານປະຊາຊົນແຂວງ ແລະ ທ່ານ ວິໄລວັນ ແກ້ວເຮືອງສີ ຮອງຫົວໜ້າ ອຍກ ແຂວງ ໂດຍການເປັນສັກຂີພະຍານຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.