ສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ ສັນຍະລັກມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງສອງຊາດ

ວັນທີ 15 ພຶດສະພາ 2022, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະ ທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເວືອງ ດິງ ເຫວ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ພ້ອມການນຳສອງສະພາແຫ່ງຊາດລາວ-ຫວຽດນາມ ໄດ້ເຂົ້າຮ່ວມ ວາງສີລາລືກກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ ທີ່ຕັ້ງຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍໂຄງການນີ້ກວມເນື້ອທີ່ 3 ເຮັກຕາ ແລະ ພາຍຫລັງສຳເລັດ ກໍຈະກາຍເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ທ່ອງທ່ຽວທາງວັດທະນະທຳ, ສະຖານທີ່ສຶກສາຮ່ຳຮຽນຂອງປະຊາຊົນລາວ ກໍຄືຊາວນະຄອນຫລວງວຽງຈັນລວມທັງເປັນບ່ອນເຄື່ອນໄຫວກິດຈະກໍາເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ.

ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ລາຍງານວ່າ: ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການທີ່ມີຄວາມໝາຍສຳຄັນພິເສດພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ, ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງຢ່າງເລິກເຊິ່ງ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍະລັກແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ຂອງສອງຊາດ.

ລາວ ແລະ ຫວຽດນາມແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້, ມີຄວາມໃກ້ຊິດສະໜິດສະໜົມ, ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ບູຮານນະການ ແລະ ໄດ້ກາຍມາເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງເປັນແບບຢ່າງທີ່ຫາຍາກຂອງການພົວພັນສາກົນໃນໂລກ “ແບບໜຶ່ງບໍ່ມີສອງ” ໂດຍປະທານ ໄກສອນ ພົມ ວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິງ ເປັນຜູ້ລິເລີ່ມ ແລະ ເພີ່ມພູນຄູນສ້າງກາຍເປັນມໍລະ ດົກອັນປະເສີດ ແລະ ລໍ້າຄ່າທີ່ຖະນຸຖະໝອມ ແລະ ສືບທອດມາຈົນເຖິງທຸກວັນນີ້. ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພົວພັນແບບພິເສດນີ້ ຍິ່ງໄດ້ຮັບການສືບຕໍ່ປັບປຸງ ແລະ ເສີມຂະຫຍາຍຂຶ້ນສູ່ລະດັບສູງກວ່າເກົ່າ ປະກອບສ່ວນປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ທີ່ສອງພັກ-ສອງລັດ ໄດ້ວາງອອກຢ່າງມີໄຊ ເຮັດໃຫ້ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮັບການພັດທະນາ, ກ້າວຂຶ້ນເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກຢ່າງບໍ່ຢຸດຢັ້ງ.