ລາວ-ຫວຽດນາມ ພັດທະນາ ແລະ ເສີມຂະຫຍາຍການຮ່ວມມືຢ່າງຕໍ່ເນື່ອງ

1 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນ ຈະຜັນແປຢ່າງຕໍ່ເນື່ອງ ໂດຍສະເພາະເກີດການລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງກໍຕາມ, ແຕ່ພາຍໃຕ້ການຊີ້ນຳຕົວຈິງ, ເດັດຂາດຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ສອງປະເທດ ບວກໃສ່ຄວາມພະຍາຍາມຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕະຫລອດຮອດປະຊາຊົນ ແລະ ຊັ້ນຄົນຂອງສອງປະເທດ ເຮັດໃຫ້ທຸກຂົງເຂດວຽກງານທີ່ສອງຝ່າຍໄດ້ຕົກລົງຮ່ວມກັນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ແລະ ປະສົບຜົນສຳເລັດຫລາຍດ້ານ.
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ພຶດສະພາ 2022 ໃນໂອກາດກຽມສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດ ນາມ ປີ 2022 ນີ້ວ່າ: ໝາກຜົນຂອງການພົວພັນຮ່ວມມືທີ່ພົ້ນເດັ່ນໃນໄລຍະຜ່ານມາ, ລາວ-ຫວຽດນາມ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍເປັນຕົ້ນ ການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ-ການລົງທຶນ.
ມາຮອດປັດຈຸບັນ, ວິສາຫະກິດຫວຽດນາມ ລົງທຶນຢູ່ລາວ 417 ໂຄງການ 4,3 ຕື້ໂດລາ ຢູ່ອັນດັບ 3 ໃນ 54 ປະເທດ ແລະ ເຂດແຄວ້ນທີ່ລົງທຶນຢູ່ລາວ. ສ່ວນການຄ້າປີ 2021 ບັນລຸມູນຄ່າການຄ້າສອງປະເທດ 1,37 ຕື້ໂດລາ, ດ້ານຄົມມະນາຄົມ-ຂົນສົ່ງ ສອງຝ່າຍ ໄດ້ປະສານສົມທົບສຶກສາຄົ້ນຄວ້າ ແລະ ຊຸກຍູ້ ຊອກຫາແຫລ່ງທຶນເພື່ອຜັນຂະຫຍາຍໂຄງການທີ່ສຳຄັນຕ່າງໆ. ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ລັດຖະ ບານສອງປະເທດ ໃຫ້ຄວາມສໍາຄັນເປັນພິເສດ ຕໍ່ການສ້າງຊັບພະຍາກອນມະນຸດ ເຊິ່ງໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນການຄັດເລືອກພະນັກງານ, ນັກຮຽນ, ນັກສຶກສາ ແລະ ສົ່ງໄປຮຽນຄົບຕາມຈຳນວນ ທີ່ຕົກລົງກັນ ໂດຍປັດຈຸບັນ, ນັກສຶກສາລາວ ມີໜ້າກໍາລັງຮຽນຢູ່ຫວຽດນາມ ມີ 14.000 ຄົນ ແລະ ປີນີ້, ລັດຖະບານຫວຽດນາມ ໄດ້ໃຫ້ທຶນການສຶກສາ 1.100 ທຶນ ແລະ ລັດຖະບານລາວ ມອບທຶນການສຶກສາໃຫ້ພະນັກງານ, ນັກສຶກສາຫວຽດນາມ ຮຽນຢູ່ລາວ 60 ທຶນ.
ການຮ່ວມມືລະຫວ່າງບັນດາກະຊວງ, ອົງ ການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນອື່ນໆ ມີປະສິດທິຜົນ ແລະ ແທດຕົວຈິງ ໂດຍການແລກປ່ຽນບົດຮຽນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ລົງນາມໃນບົດບັນທຶກຮ່ວມມືອື່ນໆ. ຫວຽດ ນາມສືບຕໍ່ສະໜັບສະໜູນລາວທີ່ສະເໜີໃຫ້ UNESCO ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກທາງທຳມະຊາດ.
ທ່ານ ຄຳເຈນ ຍັງຍົກໃຫ້ເຫັນຜົນສໍາເລັດການເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ເມື່ອປີ 2017 ຜ່ານມາ ເຊິ່ງໄດ້ຈັດກິດຈະກຳຕ່າງໆຮ່ວມກັນຫລາຍກວ່າ 100 ກິດຈະ ກຳທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍສໍາຄັນຍິ່ງ. ຜົນສໍາເລັດການພົວພັນຮ່ວມມືທີ່ສອງຂະແໜງແຜນການ ແລະ ການລົງທຶນ ກໍຄືສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຍາດມາໄດ້ໃນຊຸມປີຜ່ານມາ ໄດ້ປະກອບສ່ວນສຳຄັນເສີມສ້າງສາຍພົວພັນລະຫວ່າງສອງປະເທດ ນັບມື້ກ້າວເຂົ້າສູ່ລວງກວ້າງ ແລະ ລວງເລິກ.

