ກົມການເງິນຕ່າງປະເທດ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 4 ເດືອນຕົ້ນປີ ພ້ອມມອບໃບຍ້ອງຍໍໃຫ້ພະນັກງານ

ໃນວັນທີ 9 ພຶດສະພາ 2022 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 4 ກະຊວງການເງິນ, ກົມການເງິນຕ່າງປະເທດ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 4 ເດືອນຕົ້ນປີ 2022, ພ້ອມມອບໃບຍ້ອງຍໍໃຫ້ພະນັກງານພາຍໃນກົມ, ໂດຍການເປັນປະທານຂອງ ທ່ານ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມການເງິນຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມ.

ຊຶ່ງໃນການຈັດຕັ້ງປະຕິບັດວຽກງານໃນ 04 ເດືອນ ຕົ້ນປີ 2022: ການກຳນົດນະໂຍບາຍ ແລະ ນິຕິກໍາ: ໄດ້ປະກອບສ່ວນໃນການປັບປຸງປະກອບຄໍາເຫັນຕໍ່ບັນດານິຕິກຳ ທີ່ຕິດພັນກັບວຽກງານຂະແໜງການເງິນ ແລະ ນິຕິກໍາຂອງຂະແໜງການອື່ນໆ ຕາມການມອບໝາຍ, ລວມທັງສັນຍາໃນຂອບການຮ່ວມມືການເງິນຫຼາຍຝ່າຍ, ສອງຝ່າຍ, ການຮ່ວມມືອາຊຽນ, ພາກພື້້ນ ແລະ ສັນຍາການສະໜອງທຶນສໍາລັບແຜນງານໂຄງການທີ່ນໍາໃຊ້ເງິນກູ້ຢືມ ແລະ ເງິນຊ່ວຍເຫຼືອລ້າ. ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງສ້າງຍຸດທະສາດ ແລະ ແຜນການຮ່ວມມືພິເສດດ້ານການເງິນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ປີ 2022, ລວມທັງການກະກຽມສະເຫຼີມສະຫຼອງປີສາມັກຄີພິເສດ ລາວ-ຫວຽດນາມ, ແຜນການຮ່ວມມືໃນນາມຄູ່ຮ່ວມຊາຕາກຳ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຕາມພາລະບົດບາດ.

ສຳລັບ, ການລະດົມທຶນເຂົ້າແຜນງານມະຫາພາກ, ແຜນງານ/ໂຄງການ: ແຜນງານດັດແກ້ມະຫາພາກ ມີ 2 ແຜນງານ, ເຊິ່ງຄາດຄະເນຈະສາມາດເບີກຖອນ ໃນປີ 2022 ໄດ້ທັງໝົດ 22,8 ລ້ານ ເອີໂຣ, ໃນນັ້ນ ແຜນງານດັດແກ້ມະຫາພາກສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂະແໜງການສຶກສາ ຈໍານວນ 6 ລ້ານ ເອີໂຣ; ແລະ ແຜນງານດັດແກ້ມະຫາພາກເພື່ອສະໜັບສະໜູນການປະຕິບັດຍຸດທະສາດເພື່ອໂພສະນາການ ຢູ່ ສປປ ລາວ ຈໍານວນທັງໝົດ 16,8 ລ້ານ ເອີໂຣ, ສຳລັບສະໜັບສະໜູນການຈັດຕັ້ງປະຕິບັດ 13 ໂຄງການຂອງລັດຖະບານ, ໃນນັ້ນ: ເງິນກູ້ຢືມຈຳນວນທັງໝົດ 254.300.000 ໂດລາ ສຫລ, 24.534.685 ເອີໂຣ ແລະ 1.754.030.000 ບາດ; ແລະ ເງິນຊ່ວຍເຫຼືອລ້າ ຈຳນວນທັງໝົດ 18.596.171 ເອີໂຣ.

ພ້ອມນັ້ນ, ການຮ່ວມມືການເງິນຫຼາຍຝ່າຍ ແລະ ສອງຝ່າຍ, ການຮ່ວມມືອາຊຽນ, ພາກພື້ນ ແລະ ສາກົນ ໄດ້ກະກຽມດ້ານເນື້ອໃນ ແລະ ຂັ້ນຕອນຕ່າງໆ ເຂົ້າຮ່ວມໃນຄະນະຜູ້ແທນກະຊວງການເງິນ ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆ ເຊັ່ນ: ກອງປະຊຸມປະຈຳປີ ຄັ້ງທີ 45 ຂອງສະພາຜູ້ວ່າການກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD) ໃນລະຫວ່າງວັນທີ 15-16 ກຸມພາ 2022 ຜ່ານລະບົບທາງໄກ; ກອງປະຊຸມປະຈຳປີຂອງສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ຄັ້ງທີ 7 ວ່າດ້ວຍການຕິດຕາມການສະໜອງທຶນເພື່ອການພັດທະນາ ປະຈໍາປີ 2022 ໃນລະຫວ່າງວັນທີ 25 – 28 ເມສາ 2022 ທີ່ ນະຄອນນິວຢອກ, ສ. ອາເມລິກາ; ກອງປະຊຸມລະດູບານໃໝ່ (Spring Meeting) ຂອງກຸ່ມທະນາຄານໂລກ (WB) ໃນວັນທີ 5 ພຶດສະພາ 2022 ແລະ ກອງທຶນການເງິນສາກົນ (IMF) ປະຈຳປີ 2022 ໃນລະຫວ່າງ ວັນທີ 18 -24 ເມສາ 2022 ຜ່ານລະບົບທາງໄກ.

ພ້ອມກັນນັ້ນ, ກໍໄດ້ມອບໃບຍ້ອງຍໍໃຫ້ພະນັກງານພາຍໃນກົມ ຕາມຂໍ້ຕົກລົງເລກທີ 6020/ກງ, ລົງວັນທີ 03 ກັນຍາ 2021, ຈໍານວນທັງໝົດ 15 ທ່ານ, ໃນນັ້ນປະກອບມີດີເດັ່ນປະເພດ I ຈໍານວນ 12 ທ່ານ, ຍິງ 7 ທ່ານ ແລະ ຜົນງານດີຫຼາຍປະເພດ II ຈໍານວນ 03 ທ່ານ ແລະ ຍິງ 1 ທ່ານ.

ໂອກາດດັ່ງກ່າວ, ທ່ານຫົວໜ້າກົມໄດ້ເນັ້ນໜັກຊີ້ນໍາໃຫ້ບັນດາພະນັກງານພາຍໃນກົມການເງິນຕ່າງປະເທດ ພ້ອມກັນນັ້ນສຸມໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ແລະ ແຜນດໍາເນີນງານ. ເພື່ອຮັບປະກັນການປະຕິບັດໜ້າທີການເມືອງໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.