ແມນຊິຕີ ເປີດຕົວຮູບປັ້ນ ເຊີຄີໂອ ອາເກວໂຣ ສະຫລອງຄົບຮອບ 10 ປີ ທີ່ພາທີມແຊງ ແມນຢູ ຄວ້າແຊ໊ມລີກສະໄຫມທຳອິດ

ແມນເຊສເຕີ ຊິຕີ ເປີດຕົວຮູບປັ້ນຂອງ ເຊີຄີໂອ ອາເກວໂຣ ອະດີດກອງຫນ້າລະດັບຕຳນານສະໂມສອນເພື່ອເປັນການສະຫລອງຄົບຮອບ 10 ປີ ໃນການປາດຫນ້າ ແມນເຊສເຕີ ຢູໄນເຕັດ ຄວ້າແຊ໊ມພຣີເມຍລີກ.
ໂດຍ ອາເກວໂຣ ຄືພະເອກຂອງທີມ ຫລັງຍິງປະຕູໄຊໃນນາທີທີ 93,20 ພາ ແມນເຊສເຕີ ຊິຕີ ຊະນະ ຄວີນປາກ ເຣນເຈີ 3-2 ໃນເກມປິດລະດູການຂອງພຣີເມຍລີກ ອັງກິດ 2011-12 ເມື່ອວັນທີ 13 ພຶດສະພາາ 2012.
ຈາກປະຕູດັ່ງກ່າວ ເຮັດໃຫ້ ເຮືອໃບສີຟ້າ ມີຄະແນນເທົ່າກັບ ແມນເຊສເຕີ ຢູໄນເຕັດ ຄູ່ປັບຮ່ວມເມືອງ ເຊິ່ງເອົາຊະນະ ຊັນເດີແລນ 1-0 ແລະ ຈົບເກມໄປກ່ອນ ແຕ່ພວກເຂົາມີປະຕູໄດ້ເສຍດີກວ່າ ສົ່ງຜົນໃຫ້ພວກເຂົາຄວ້າແຊ໊ມໄປຄອງ ແລະ ເປັນແຊ໊ມພຣີເມຍລີກ ສະໄຫມທຳອິດຂອງສະໂມສອນ.

