ບັນຫານ້ຳມັນຂາດປ້ຳ ຍ້ອນເສດຖະກິດບໍ່ຄ່ອງຕົວທີ່ເປັນກັນທົ່ວໂລກ

ໂດຍ: ທິດກໍ່າ

ຈາກສະພາບວິກິດລາຄານ້ຳມັນແພງທີ່ຕູດຂຶ້ນເປັນໄລຍະໆມາແຕ່ປີ 2020 ຈົນມາຮອດວັນທີ 7 ພຶດສະພາ 2022 ເປັນຕົ້ນມາ ໄດ້ມີມວນຊົນຊາວນະຄອນຫລວງວຽງຈັນພາກັນລຽນແຖວຕໍ່ຄິວຊື້ນ້ຳມັນດ້ວຍຄວາມລຳບາກ. ໃນນີ້ກໍມີທັງຜູ້ຖືຕຸກນ້ອຍຕຸກໃຫຍ່ ທັງລົດຈັກ, ລົດໃຫຍ່ຕໍ່ຄິວກັນຍາວຢຽດເປັນສີ່ຫ້າຮ້ອຍແມັດ, ຖ້າຜູ້ໃດຮອດກ່ອນກໍມີໂອກາດໄດ້ນ້ຳມັນໃສ່ລົດ, ກົງກັນຂ້າມ ຖ້າຜູ້ໃດອ່າວຢູ່ແຖວຫລັງໆລາກທ້າຍໝູ່ແດ່ກໍມີຫວັງເສຍໂອກາດ ຍ້ອນນ້ຳມັນໃນປ້ຳໝົດກ່ອນ. ນີ້ຄືເຫດການທີ່ປະເທດເຮົາ ກໍຄືຊາວນະຄອນຫລວງວຽງຈັນຫາກໍປະສົບພົບພໍ້ ແລະ ຍັງບໍ່ທັນຮູ້ວ່າຈະໄດ້ຕໍ່ຄິວກັນອີກຈັກມື້ທຸກຢ່າງຈຶ່ງຈະຄືນມາສູ່ສະພາບປົກກະຕິ.

ຈາກເຫດການທີ່ເກີດຂຶ້ນນີ້ ຍັງໄຄແດ່ແຕ່ທຸກຄົນເຂົ້າໃຈບັນຫາວ່າມີຫລາຍປັດໄຈທີ່ມາກະທົບ ເປັນຕົ້ນບັນຫາຄວາມຂັດແຍ່ງລະຫວ່າງຣັດເຊຍຕໍ່ອູແກຣນ ຍ້ອນພວກຕາເວັນຕົກຫາທຸກວິທີເພື່ອດັບມອດ ແລະ ມ້າງເພທຳລາຍປະເທດຣັດເຊຍທີ່ເປັນປະເທດບໍ່ນ້ຳມັນຂອງໂລກບໍ່ໃຫ້ຂະຫຍາຍຕົວ ແລະ ຍິ່ງໃຫຍ່ລື່ນພວກຕາເວັນຕົກທີ່ຕ້ອງການເປັນເຈົ້າໂລກຕະຫລອດໄປ. ສ່ວນປັດໄຈອັນທີສອງກໍແມ່ນຕະຫລາດນ້ຳມັນຂອງໂລກປະສົບບັນຫາດ້ານການຜະລິດ ນັບທັງລາຄານ້ຳມັນດິບກໍມີການປ່ຽນແປງຖີບຂຶ້ນເລື້ອຍໆ ໝາຍວ່າຜະລິດໜ້ອຍແຕ່ຄວາມຕ້ອງການພັດນັບມື້ຫລາຍ ຈຶ່ງບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດນ້ຳມັນໂລກໄດ້, ບໍລິມາດການຜະລິດໜ້ອຍແຕ່ຄວາມຕ້ອງການພັດຫລາຍ ຈິ່ງເຮັດໃຫ້ລາຄານ້ຳມັນໃນຕະຫລາດໂລກຈາກ 50-60 ໂດລາໃນເມື່ອກ່ອນ ຕູດຂຶ້ນມາເປັນ 70-80 ເຊິ່ງມາຮອດປັດຈຸບັນຂຶ້ນເປັນ 100 ກວ່າໂດລາຕໍ່ບາເຣນ ແລະ ຕໍ່ໄປຍັງບໍ່ຮູ້ວ່າມັນຈະຖີບຕົວສູງຂຶ້ນອີກເທົ່າໃດ ໃນເມື່ອຕະຫລາດນ້ຳມັນຂອງໂລກມີການປ່ຽນແປງຜັນຜວນຢູ່ຕະຫລອດຄືແນວນີ້. ປັດໄຈສຳຄັນອີກອັນໜຶ່ງກໍຄື ຍ້ອນເສດຖະກິດຂອງລາວເຮົາເອງບໍ່ເຂັ້ມແຂງມາແຕ່ດົນນານແລ້ວ ແລະ ບວກກັບສະພາບປັດຈຸບັນເງິນກີບອ່ອນຄ່າໄປຕິກໆ ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ອັດຕາເງິນເຟີ້ພຸ້ງສູງຂຶ້ນເຖິງ 9,9% ເຊິ່ງເປັນອັນດັບສູງສຸດໃນຮອບ 10 ກວ່າປີ. ຈາກສາເຫດດັ່ງກ່າວຈຶ່ງກະທົບໄປຮອດຄັງສຳຮອງຂອງລັດ, ບັນຫາເງິນຕາທີ່ຈະເອົາໄປຊື້ນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການ, ຜົນກະທົບຢ່າງໃຫຍ່ຫລວງຈາກໂຄວິດ-19 ໃນໄລຍະສອງສາມປີຜ່ານມາ ແລະ ບັນຫາອື່ນໆທີ່ເຂົ້າມາແຊກແຊງ ຈຶ່ງເຮັດໃຫ້ສະພາບເສດຖະກິດຂອງບ້ານເຮົາຕົກຢູ່ໃນສະພາວະຄວາມສ່ຽງເໝືອນຂີ່ເຮືອແຊມທີ່ຢູ່ໄກຝັ່ງ.

ແນວໃດກໍດີ, ເພື່ອແກ້ໄຂ ຫລື ຊອກຫາທາງອອກໃນໄລຍະຕໍ່ໜ້າ ແລະ ຍາວນານນັ້ນ, ໃນກອງປະຊຸມສະມາຄົມນ້ຳມັນເຊື້ອໄຟລາວ ທີ່ຈັດຂຶ້ນໃນວັນທີ 10 ພຶດສະພາ 2022 ກໍໄດ້ສະເໜີ 3 ບັນຫາຕໍ່ພາກລັດຄື: ອັນທີໜຶ່ງ: ໃຫ້ຊ່ວຍໂຈະການເກັບເງິນຄ່າບູລະນະທາງ, ຫລຸດອັດຕາພາສີອາກອນຄ່າທຳນຽມການນຳເຂົ້າ. ສອງ: ສະໜອງເງິນຕາຕ່າງປະເທດຢ່າງໜ້ອຍ 50% ຂອງຄວາມຕ້ອງການ ສະເລ່ຍເດືອນລະ 60 ລ້ານໂດລາສະຫະລັດ ເພື່ອສະໜອງຄວາມຕ້ອງການ. ສາມ: ຫລຸດຜ່ອນຂັ້ນຂອດ ແລະ ຄ່າໃຊ້ຈ່າຍຕ່າງໆ ໃນການເຄື່ອນຍ້າຍນຳເຂົ້າຢ່າງສົມເຫດສົມຜົນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ສອດຄ່ອງກັບກົນໄກ ແລະ ລະບຽບການຢ່າງເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ວ່ອງໄວ ແລະ ສອດຄ່ອງກັບລະບຽບການຕ່າງໆຢ່າງຍຸຕິທຳ.

ສ່ວນທາງເບື້ອງກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ອອກມາແຈ້ງເຕືອນໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈນຳກັນວ່າ: ປັດຈຸບັນ ທາງກະຊວງພວມເລັ່ງລັດຊອກວິທີແກ້ໄຂຕໍ່ບັນຫານີ້, ຊຶ່ງຄາດວ່າຈະໄດ້ຮັບການແກ້ໄຂໃນໄວໆນີ້. ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າຢ່າພາກັນແຕກຕື່ນຈົນເກີນເຫດ ແລະ ໃຫ້ຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດຖະບານໃນການແກ້ໄຂວິກິດການຄັ້ງນີ້ ດ້ວຍການວິເຄາະສະພາບການທີ່ເກີດຂຶ້ນຢ່າງມີເຫດຜົນ ແລະ ພາກັນເສບຂ່າວຢ່າງພາວະວິໄສ.

ເຖິງຢ່າງໃດກໍດີ, ຖ້າເວົ້າເຖິງວິກິດນ້ຳມັນຂາດປ້ຳໃນປັດຈຸບັນ ມັນມີສັນຍານບອກເຕືອນມາແຕ່ດົນແລ້ວ ໂດຍສະເພາະນັບແຕ່ມື້ເງິນກີບລາວເລີ່ມອ່ອນຄ່າຈົນມາຮອດໄລຍະປັດຈຸບັນ ແລະ ໃນຂັ້ນຕໍ່ໄປ ເຮົາກໍຍັງບໍ່ທັນຮູ້ວ່າສະພາບນ້ຳມັນຍັງຈະຂາດປ້ຳໄປອີກຈັກມື້ ແລະ ຈະຕ້ອງໄດ້ຜະເຊີນການເຂົ້າຄິວລຽນແຖວໄປຮອດມື້ໃດ ເຊິ່ງທາງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍໄດ້ຮັບທິດຊີ້ນຳຈາກນາຍົກໃຫ້ມີການຕິດຕໍ່ຂໍຊື້ນ້ຳມັນລາຄາຖືກຈາກປະເທດຣັດເຊຍ ແຕ່ເພື່ອຮອດໂອກາດນັ້ນ ທຸກຢ່າງກໍອາດຈະເປັນໄປຕາມຄວາມຫວັງ ຈຶ່ງຂໍໃຫ້ທຸກຄົນອົດໃຈລໍຄອຍກັນໄປຈົນເຖິງໂອກາດອັນດີໆມັນຈະມາຮອດບໍ່ໄວກໍຊ້າ. ປັດຈຸບັນໃຫ້ເຮົາຊົມໃຊ້ນ້ຳມັນທີ່ນຳເຂົ້າຈາກສາມປະເທດໄປກ່ອນຄື: ຫວຽດນາມ, ໄທ ແລະ ສິງກະໂປ. ໄປພ້ອມກັນນັ້ນ ລາວເຮົາກໍມີສອງໂຮງງານກັ່ນນ້ຳມັນແລ້ວ ອີກບໍ່ດົນເກີນລໍທຸກຄົນອາດຈະໄດ້ຊົມໃຊ້ນ້ຳມັນລາຄາຖືກຢ່າງແນ່ນອນ.