ສະພາແຫ່ງຊາດລາວ-ຫວຽດນາມ ສະຫລອງ ປີສາມັກຄີຕະພາບ ລາວ-ຫວຽດນາມ

ໃນໂອກາດເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ນີ້, ສະພາແຫ່ງຊາດ ສອງປະເທດລາວ-ຫວຽດນາມ ຈະຮ່ວມຈັດກິດຈະກຳສະເຫລີມສະຫລອງດ້ວຍຫລາຍຮູບແບບ ເປັນຕົ້ນ ເຊື້ອເຊີນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ນຳໂດຍປະ ທານສະພາແຫ່ງຊາດຫວຽດນາມ ມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ໃນມໍ່ໆນີ້; ຈັດສໍາມະນາ ແລະ ແລກປ່ຽນບົດ ຮຽນ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ; ແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດ ຂອງບັນດາສະ ມາຊິກສະພາແຫ່ງຊາດເພດຍິງ ແລະ ບັນດາສະມາຊິກສະພາໜຸ່ມ; ຮ່ວມກັນຕິດຕາມບັນດາໂຄງການຊ່ວຍເຫລືອລ້າຂະໜາດໃຫຍ່ ແລະ ໂຄງການລົງທຶນຂອງສອງປະເທດ; ການວາງສະແດງຮູບພາບການພົວພັນ ແລະ ການຮ່ວມມື ລະຫວ່າງສອງສະພາແຫ່ງຊາດລາວ ແລະ ຫວຽດນາມ; ການແລກ ປ່ຽນສິນລະປະວັດທະນະທຳ; ການຂຽນບົດຄວາມຮູ້ສຶກໃນວາລະສານສະບັບພິເສດ ແລະ ການເຄື່ອນ ໄຫວອື່ນໆ.
ທ່ານ ໄຊສົມແພງ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ລາຍງານຕໍ່ສື່ມວນຊົນໃນວັນທີ 13 ພຶດສະພາ 2022 ວ່າ: ຕະຫລອດໄລຍະຜ່ານມາ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ສືບຕໍ່ຮັດແໜ້ນ, ເສີມຂະຫຍາຍສາຍພົວພັນ ທີ່ເປັນມູນເຊື້ອທີ່ດີງາມດ້ວຍຫລາຍຮູບການ ໂດຍໄດ້ມີການຜັນຂະຫຍາຍບັນດາຂໍ້ຕົກລົງ ໃນບົດບັນທຶກການຮ່ວມມື ລະຫວ່າງ ສະພາແຫ່ງຊາດຂອງສອງປະເທດ ກໍຄື ລະຫວ່າງ ຫ້ອງວ່າການສະພາແຫ່ງຊາດລາວ, ຄະນະເລຂາທິການສະພາແຫ່ງຊາດລາວປັດຈຸບັນ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ມີກົນໄກໃນການປະສານສົມທົບເຊິ່ງກັນ ແລະ ກັນ ຢ່າງໃກ້ຊິດ, ມີການແລກ ປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຄະນະຜູ້ແທນຂັ້ນຕ່າງໆຂອງສອງອົງ ການນິຕິບັນຍັດ. ນອກຈາກນີ້, ສອງຝ່າຍຍັງໄດ້ມີການປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ອັນພົ້ນເດັ່ນ, ສະພາແຫ່ງຊາດ ໄດ້ຊຸກຍູ້ໃຫ້ສອງລັດຖະບານ ຈັດຕັ້ງປະຕິບັດ ບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ມີປະສິ ທິຜົນສູງ ໂດຍຜ່ານການຈັດຕັ້ງຄະນະ ລົງຕິດຕາມກວດກາບັນດາໂຄງການຮ່ວມມືຂອງສອງປະເທດ ເຊິ່ງເປັນການຍົກສູງບົດບາດການຕິດຕາມກວດກາ ຂອງອົງການນິຕິບັນ ຍັດຂອງສອງປະເທດ, ສອງຝ່າຍຍັງໄດ້ຈັດສຳມະນາ, ຝຶກອົບຮົມຮ່ວມກັນໃນຫລາຍຫົວ ຂໍ້ວິທະຍາສາດສຳຄັນ ທີ່ຕິດພັນກັບບົດບາດຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ນະຄອນຫລວງ ແລະ ພະນັກງານທີ່ເປັນເສນາທິການ ຂອງສະພາແຫ່ງຊາດ.
ທ່ານ ໄຊສົມແພງ ພົມວິຫານ ໄດ້ຕີລາສູງ ຕໍ່ການຈັດຕັ້ງສຳມະນາ, ຝຶກອົບຮົມໃນໄລຍະຜ່ານມາ ເຊິ່ງເປັນບົດຮຽນອັນປະເສີດ ໂດຍສະເພາະ ຕໍ່ສະມາຊິກສະພາແຫ່ງ ຊາດອາຊີບ, ສະມາຊິກສະພາແຫ່ງຊາດໃໝ່ ແລະ ພະນັກງານທີ່ເປັນເສນາທິການຂອງສະພາແຫ່ງຊາດລາວ ມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ. ນອກຈາກນີ້, ສອງສະພາແຫ່ງຊາດ ຍັງໄດ້ເປັນເຈົ້າການໃນການຈັດຕັ້ງດຳເນີນແລະຕິດຕາມກວດກາໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ເຊິ່ງແມ່ນຂອງຂວັນອັນປະເສີດ, ລໍ້າຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມມອບໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເຊິ່ງໂຄງການດັ່ງກ່າວ ໄດ້ສຳເລັດຕາມຄາດໝາຍ ເວລາທີ່ກຳນົດໄວ້ດ້ວຍຜົນສຳເລັດຈົບງາມ ແລະ ມີຄຸນນະພາບສູງ ກາຍເປັນສັນຍາລັກອັນໂດດເດັ່ນ ແຫ່ງສາຍພົວພັນພິເສດທີ່ຫາຍາກ ລະຫວ່າງ ລາວ-ຫວຽດນາມ ແລະ ຈະຍືນຍົງຄູ່ກັບສອງຊາດຕໍ່ໄປ.
ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ, ຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ, ໃນຕໍ່ໜ້າສະພາແຫ່ງຊາດລາວ-ຫວຽດ ນາມ ຈະສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງບົດບັນທຶກວ່າດ້ວຍການຮ່ວມມື (MOU) ລະຫວ່າງ ສອງສະພາແຫ່ງຊາດລາວ-ຫວຽດນາມ ແລະ ບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ສະບັບໃໝ່ໃຫ້ເປັນຮູບປະທຳ ເປັນຕົ້ນ ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ຂອງສອງອົງການນິຕິບັນຍັດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ສະໜັບສະໜູນ ແລະ ຮ່ວມມືກັນ ໃນການເຄື່ອນໄຫວ ໃນອົງການລັດຖະສະພາພາກພື້ນ ແລະ ສາກົນ; ຮ່ວມກັບບັນດາອົງການຂອງພັກ, ລັດຖະບານ ຂອງສອງປະເທດ ຈັດກິດຈະກໍາສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022 ໃຫ້ມີຜົນສໍາເລັດຈົບງາມ, ຈັດສໍາມະນາແລກປ່ຽນບົດຮຽນນໍາກັນ ລະຫວ່າງ ສອງສະພາແຫ່ງຊາດ ກໍຄື ລະຫວ່າງ ອົງການທີ່ເປັນເສນາທິການສະພາແຫ່ງຊາດ; ຮ່ວມກັນຕິດຕາມກວດກາໂຄງການຊ່ວຍເຫລືອ ທີ່ເຫັນວ່າຍັງບໍ່ມີຄຸນນະພາບສູງ ແລະ ວຽກງານ ອື່ນໆ, ສືບຕໍ່ຊຸກຍູ້ການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ ແລະ ການລົງ ທຶນ ລະຫວ່າງ ສອງປະເທດໃຫ້ສືບຕໍ່ຂະຫຍາຍຕົວສູງຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ.
ໃນແຜນການ 5 ປີ ຕໍ່ໜ້າສະພາແຫ່ງຊາດລາວ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບສະພາແຫ່ງຊາດຫວຽດນາມ ເພື່ອແລກປ່ຽນຖອດຖອນບົດຮຽນໃນການຄຸ້ມຄອງລັດດ້ວຍກົດໝາຍ, ການປະຕິບັດພາລະບົດບາດ 3 ພາລະບົດບາດຂອງສະພາແຫ່ງຊາດ, ຈະຮ່ວມມື, ປະສານງານກັນໃນການເສີມຂະຫຍາຍສາຍພົວພັນພິເສດທີ່ຫາຍາກ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ, ຈະປະສານງານຢ່າງກົມກຽວໃນເວທີພາກພື້ນ ແລະ ສາກົນ ເພື່ອພ້ອມກັນປະກອບສ່ວນເຂົ້າໃນພາລະກິດ ສັນຕິພາບ, ມິດຕິພາບ ແລະ ການຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ແລະ ຈະພ້ອມກັນກັບບັນດາສະຫາຍຫວຽດນາມ ເພື່ອຍົກສູງຄຸນນະພາບຂອງການຮ່ວມມືສອງຝ່າຍ.
ຂໍ້ມູນຂ່າວ: ຂປລ

