ວິລລາ ບັນລຸຊື້ຂາດ ຟີລິບເປ ຄູຕິນໂຢ ຈາກບາເຊໂລນາ ເຊັນສັນຍາເຖິງປີ 2026

ຟີລິບເປ ຄູຕິນໂຢ ກາຍເປັນນັກເຕະຂອງ ແອສຕັນ ວິລລາ ຢ່າງເຕັມຕົວແລ້ວ ຫລັງສະໂມສອນຕັດສິນໃຈຊື້ຂາດຈາກບາເຊໂລນາ ໂດຍຕົກລົງເຊັນສັນຍາກັນເຖິງປີ 2026.

ສຳລັບ ຄູຕິນໂຢ ຍ້າຍຈາກບາເຊໂລນາ ມາຢູ່ກັບ ວິລລາ ເມື່ອເດືອນມັງກອນຜ່ານມາ ດ້ວຍຮູບແບບສັນຍາຢືມຕົວ ພ້ອມແນບເງື່ອນໄຂຊື້ຂາດພາຍຫລັງ ເຊິ່ງນັກເຕະກໍໂຊຟອມໄດ້ຢ່າງໂດດເດັ່ນ ລົງຫລິ້ນໃຫ້ທີມໄປ 16 ນັດ ຍິງໄດ້ 4 ປະຕູ ຈ່າຍໃຫ້ຫມູ່ຍິງອີກ 3 ຄັ້ງ.

ວິລລາ ຖະແຫລງຂ່າວ ໄດ້ບັນລຸຊື້ ຄູຕິນໂຢ ດ້ວຍຄ່າຕົວທີ່ບໍ່ມີການເປີດເຜີຍ ເຊິ່ງສື່ຕ່າງປະເທດຄາດວ່າເປັນເງິນປະມານ 17 ລ້ານປອນ ໂດຍນັກເຕະຕົກລົງເຊັນສັນຍາເຖິງປີ 2026.

ສະຕີເວັນ ເຈີຣາດ ຜູ້ຈັດການທີມວິລລາ ກ່າວວ່າ : ນີ້ເປັນການເຊັນສັນຍາອັນລ້ຳຄ່າຂອງວິລລາ ລາວເປັນຕົ້ນແບບຂອງມືອາຊີບ ນັບຕັ້ງແຕ່ຍ້າຍມາຮ່ວມທີມເມື່ອເດືອນມັງກອນ ລາວກໍມີອິດທິພົນຕໍ່ທີມຢ່າງຈະແຈ້ງ.

ທັງນີ້ ຄູຕິນໂຢ ບໍ່ສາມາດແຈ້ງເກີດກັບ ບາເຊໂລນາ ໄດ້ ນັບແຕ່ຖືກຊື້ມາຈາກລີເວີພູລ ທີມອັງກິດ ດ້ວຍຄ່າຕົວສູງເຖິງ 142 ລ້ານປອນ ເມື່ອປີ 2028 ເຊິ່ງສັນຍາຂອງລາວຈະຫມົດລົງໃນປີຫນ້າ.