ຊາວປາແລັສຕິນຮ່ວມໄວ້ອາໄລ ນັກຂ່າວອັລຈາຊີຣາທີ່ຖືກຍິງເສຍຊີວິດ ລະບຸເປັນຝີມືທະຫານອິດສະລາແອນ

ປະທານາທິບໍດີປາແລັສຕິນຈັດພິທີໄວ້ອາໄລໃຫ້ນັກຂ່າວທີ່ຖືກຍິງໃນເວລາລາຍງານຂ່າວທະຫານອິດສະລາແອນ, ຢືນຢັນເອົາເລື່ອງເຂົ້າສູ່ສານອາຍາສາກົນ.
ວັນທີ 12 ພຶດສະພາ 2022, ສຳນັກຂ່າວອັລຈາຊີຣາ (Al Jazeera) ລາຍງານວ່າ: ທາງການປາແລັສຕິນໄດ້ຈັດພິທີໄວ້ອາໄລໃຫ້ນາງ ຊີຣິນ ອາບຸ ອັກເລ ນັກຂ່າວຊາວອາເມລິກາເຊື້ອສາຍປາແລັສຕິນ ທີ່ຖືກຍິງເຂົ້າໃບໜ້າຈົນໄດ້ຮັບບາດເຈັບສາຫັດ ລະຫວ່າງລາຍງານຂ່າວການກວດຄົ້ນຂອງທະຫານອິດສະລາແອນໃນເຂດເວສແບງ ກ່ອນຈະເສຍຊີວິດຢູ່ໂຮງໝໍໃນເວລາຕໍ່ມາ.
ການສັງຫານນາງ ອາບູ ອັກເລ ກາຍເປັນຂ່າວທີ່ໄດ້ຮັບຄວາມສົນໃຈຈາກທົ່ວໂລກ ເນື່ອງຈາກເປັນເຫດການທີ່ເກີດຂຶ້ນໃນລະຫວ່າງການປະຕິບັດໜ້າທີ່ສື່ມວນຊົນ ໂດຍມີເສື້ອເກາະທີ່ຂຽນວ່າ: “Press” ຢ່າງຊັດເຈນ ແລະ ພະຍານຜູ້ເຫັນເຫດການ ເຊິ່ງເປັນສື່ມວນຊົນຄືກັນ ຕ່າງບອກເປັນສຽງດຽວກັນວ່າ: ນາງ ອາບູ ອັກເລ ຖືກສັງຫານໂດຍເຈົ້າໜ້າທີ່ອິດສະລາແອນ ຍັງບໍ່ລວມທັງການທີ່ນາງມີສັນຊາດອາເມລິກາ ເຮັດໃຫ້ຫລາຍຝ່າຍຕິດຕາມເບິ່ງວ່າລັດຖະບານອາເມລິກາຈະມີທ່າທີແນວໃດຕໍ່ເລື່ອງນີ້.
ລາຍງານຂອງສຳນັກຂ່າວເອພີ (AP) ເປີດເຜີຍວ່າ: ຫລັງຈາກມີຂ່າວການຕາຍຂອງນາງ ອາບູ ອັກເລ ອອກມາ, ໃນຕອນທຳອິດອິດສະລາແອນຊີ້ວ່ານາງອາດຖືກຍິງໂດຍກຸ່ມຕິດອາວຸດປາແລັສຕິນ ແລະ ບໍ່ໄດ້ມີການເປີດເຜີຍຫລັກຖານໃດໆ ກ່ອນຈະເລີ່ມມີການຖອນຄຳເວົ້າໃນພາຍຫລັງ ແລະ ຮຽກຮ້ອງຂໍການຮ່ວມມືກັບເຈົ້າໜ້າທີ່ຂອງປາແລັສຕິນໃຫ້ມີການສອບສວນຮ່ວມກັນ.
ໃນເລື່ອງນີ້, ປະທານາທິບໍດີ ມາໝຸດ ອັບບາສ ຂອງປາແລັສຕິນ ກ່າວໃນພິທີວ່າ: ອິດສະລາແອນຕ້ອງຮັບຜິດຊອບຕໍ່ການຕາຍຂອງນາງ ອາບູ ອັກເລ, ປາແລັສຕິນຂໍປະຕິເສດຈະມີການສືບສວນຮ່ວມກັບອິດສະລາແອນ ເນື່ອງຈາກພວກເຂົາເປັນຝ່າຍທີ່ກໍ່ອາດຊະຍາກຳ ແລະ ເຮົາບໍ່ເຊື່ອໃຈພວກເຂົາ ໂດຍຈະມີການນຳເອົາເລື່ອງນີ້ເຂົ້າສູ່ສານອາຍາສາກົນ (ICC) ເພື່ອໃຫ້ໄດ້ຮັບຄວາມເປັນທຳ.
ຂະນະທີ່ສຳນັກຂ່າວອັລຈາຊີຣາ ຕົ້ນສັງກັດຂອງນາງ ອາບູ ອັກເລ ຊີ້ວ່າ: ຖືເປັນຄັ້ງທີ 2 ຂອງປີນີ້ແລ້ວ ທີ່ມີຊາວອາເມລິກາເສຍຊີວິດຈາກການກະທຳຂອງທະຫານອິດສະລາແອນ ໂດຍກ່ອນໜ້ານີ້ໃນເດືອນມັງກອນ ທ້າວ ໂອມາ ອັສຊາດ ຊາວອາເມລິກາເຊື້ອສາຍປາແລັສຕິນ ອາຍຸ 78 ປີ ໄດ້ເສຍຊີວິດຈາກອາການຫົວໃຈລົ້ມເຫລວ ຂະນະຖືກຝັ່ງອິດສະລາແອນຄວບຄຸມຕົວຢູ່.
ເຖິງວ່າຜົນການສອບສວນຈະອອກມາວ່າ: ເປັນການຕັດສິນໃຈທີ່ຜິດພາດຂອງທະຫານອິດສະລາແອນ ແລະ ມີການລົງໂທດທາງວິໄນຕໍ່ທະຫານກຸ່ມດັ່ງກ່າວ, ແຕ່ພັດບໍ່ມີການລົງໂທດທາງອາຍາແຕ່ຢ່າງໃດ ແລະ ອາເມລິກາເອງກໍຍັງບໍ່ໄດ້ນຳເລື່ອງຕໍ່ຈົນຮອດຕອນນີ້.
ສຳລັບນາງ ຊີຣິນ ອາບູ ອັກເລ ໄດ້ເຂົ້າມາຮ່ວມງານກັບອັສຈາຊີຣານັບແຕ່ປີ 1998 ຖືເປັນ 1 ໃນນັກຂ່າວພາກສະໜາມທີ່ມີຊື່ສຽງ ແລະ ໄດ້ຮັບຄວາມເຄົາລົບຫລາຍໃນປາແລັສຕິນ, ກຸ່ມປະເທດອາຣັບ ແລະ ສື່ຕາເວັນຕົກ.
ອ້າງອີງ:
https://www.aljazeera.com/…/funeral-service-shireen-abu…

